ພາບປະກອບ
(vovworld) – ວັນທີ 11/6, ຜູ້ຕາງໜ້າຂອງບັນດາປະເທດ ອາເມລິກາເໜືອ ແລະ ອາເມລິກາກາງ ຫາກໍ່ເຫັນດີເປັນເອກະສັນສ້າງຕັ້ງເຄືອຂ່າຍເດັກບໍ່ທັນເຖິງກະສຽນອາຍຸ ອົບພະຍົບ (CRM), ເພື່ອແນໃສ່ວາງອອກບັນດາຍຸດທະສາດສະກັດກັ້ນປະກົດການເດັກອົບພະຍົບຢູ່ພາກພື້ນ. ບັນດາເຈົ້າໜ້າທີ່ກໍ່ເຫັນດີເປັນເອກະສັນເພີ່ມທະວີການຮ່ວມມື, ແບ່ງປັນຂໍ້ມູນຂ່າວ ແລະ ຜັນຂະຫຍາຍບັນດາບັ້ນເຄື່ອນໄຫວໂຄສະນາຍົກສູງສະຕິຄວາມຮູ້ຂອງປະຊາຊົນກ່ຽວກັບບັນຫາດັ່ງກ່າວ. ຜູ້ຕາງໜ້າບັນດາປະເທດນີ້ກໍ່ຍອມຮັບຄວາມຈິງທີ່ວ່າເດັກບໍ່ທັນເຖິງກະສຽນອາຍຸອົບພະຍົບເພື່ອແນໃສ່ຫລຸດພົ້ນອອກຈາກສະພາບການໃຊ້ຄວາມຮຸນແຮງ ແລະ ຄວາມທຸກຍາກຢູ່ປະເທດຕົນ. ຈຸດປະສົງຂອງກະແສຊາວອົບພະຍົບດັ່ງກ່າວແມ່ນໄປເຖິງ ອາເມລິກາ.