ອາເມລິກາແລະNATOພວມກໍ່ຄວາມເສຍຫາຍໂດຍກົງເຖິງຜົນປະໂຫຍດດ້ານການເມືອງຂອງລັດເຊຍ

ອາເມລິກາແລະNATOພວມກໍ່ຄວາມເສຍຫາຍໂດຍກົງເຖິງຜົນປະໂຫຍດດ້ານການເມືອງຂອງລັດເຊຍ - ảnh 1
ພົນ​ເອກ Valery Gerasimov ​ຫົວ​ຫນ້າ​ກົມ​ໃຫຍ່​ເສ​ນາ​ທິ​ການ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ລັດ​ເຊຍ
ພາບ:baotintuc.vn

(vovworld)-​​ອ​າ​ເມ​ລິ​ກາ ແລະ NATO ຢາກ ເຮັດ​ໃຫ້ ຢູ​ແກຼນ ​ຂາດ​ສະ​ຖຽນ​ລະ​ພາບ​ເພື່ອ​ຄວບ​ຄຸມ​ໃນ​ໄລ​ຍະຍາວ​, ກໍ່​ຄວາມ​ເສຍ​ຫາຍ​ໂດຍ​ກົງ​ເຖິງ​ຜົນ​ປະ​ໂຫຍດ​ທີ່​ຕັ້ງ​ການ​ເມືອງ​ຂອງ​ລັດ​ເຊຍ ແລະ ບັນ​ດາ​ວິ​ວັດ​ການ​ເຊື່ອມ​ໂຍງ​ໃນ​ໄລ​ຍະ​ຫລັງ ໂຊວຽດ​ເກົ່າ. ນັ້​ນ​ແມ່ນ​ຄຳ​ຖະ​ແຫລງ​ຂອງ ພົນ​ເອກ Valery Gerasimov ​ຫົວ​ຫນ້າ​ກົມ​ໃຫຍ່​ເສ​ນາ​ທິ​ການ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ລັດ​ເຊຍ, ​ໃນ​ກ​ານ​ພົ​ບ​ປະ​ເມື່ອ​ວັນ​ທີ 10/12 ​ກັບ​ທູດ​ທະ​ຫານ​ຕ່າງ​ປະ​ເທດ​ປະ​ຈຳ ມົດ​ສະ​ກູ ກວ່າ 70 ທ່ານ. ພົນ​ເອກ Valery Gerasimov ຖ​ື​ວ່າ: ອາ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກ ໄດ້​ປະ​ກາດ​ເອ​ກະ​ສານ​ປອມ​ຫ​ຫລາຍ​ສະ​ບັບ​ຜ່ານ​ເຄືອ​ຂ່າຍ ອິນ​ເຕີ​ແນັດ ແລະ ບັນ​ດາ​ສື່​​ອອນ​ລາຍສັງ​ຄົມກ່ຽວ​ກັບ​ການ​ເຂົ້າ​ຮ່ວມ ຂອງ​ພົນ​ທະ​ຫານ ລັດ​ເຊຍ ໃນ​ການ​ປະ​ທະ​ກັນ​ຢູ່​ບັນ​ດາ​ແຂວງ Donetsk ແລະ Lugansk ຂອງ ຢູ​ແກຼນ.

ຂ່າວ/ບົດ​ອື່ນ