ອາເມລິກາແລະຍີ່ປຸ່ນ ຄັດຄ້ານການເຄື່ອນໄຫວຫັນເປັນການທະຫານ,ກໍ່ຄວາມຂາດສະຖຽນລະພາບຢູ່ທະເລຕາເວັນອອກແລະ ທະເລຮວາຕຸງ

(VOVWORLD) -ວັນທີ 19 ເມສາ, ຢູ່ ສຳນັກງານກະຊວງການຕ່າງປະເທດ ອາເມລິກາ ໄດ້ດຳເນີນກອງປະຊຸມຄະນະກຳມະການປຶກສາຫາລືຄວາມໝັ້ນຄົງ ອາເມລິກາ - ຍີ່ປຸ່ນ ຫລື ເອີ້ນວ່າ ກອງປະຊຸມ 2+2. 

ເຂົ້າຮ່ວມກອງປະຊຸມນີ້ ຝ່າຍ ອາເມລິກາ ມີທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ທ່ານ  Patrick Shanahan ຜູ້ຮັກສາການກະຊວງປ້ອງກັນປະເທດ ອາເມລິກາ, ຝ່າຍ ຍີ່ປຸ່ນ ມີທ່ານ Taro Kono ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ແລະ ທ່ານTakeshi Iwaya ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ.

ກອງປະຊຸມໄດ້ສຸມໃສ່ເຂົ້າໃນການສົມທົບລະຫວ່າງ ອາເມລິກາ ແລະ ຍີ່ປຸ່ນ ເພື່ອຮັບມືກັບສະພາບແວດລ້ອມຄວາມໝັ້ນຄົງພາກພື້ນທີ່ພວມມີການຜັນປ່ຽນ. ສອງປະເທດເຫັນດີ ກ່ຽວກັບຄວາມຈຳເປັນສ້າງຕັ້ງເຄືອຂ່າຍຢ່າງແຫນ້ນແຟ້ນລະຫວ່າງບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມືເພື່ອຕ້ານຄືນທຸກຮູບການນາບຂູ່. ອາເມລິກາ ແລະ ຍີ່ປຸ່ນ ຈະສືບຕໍ່ຊຸກຍູ້ການຮ່ວມມືສາມຝ່າຍ ແລະ ຫລາຍຝ່າຍ ກັບບັນດາຄູ່ຮ່ວມມືພາກພື້ນ, ເປັນຫນ້າສົນໃຈແມ່ນກັບ ສ. ເກົາຫລີ, ອົດສະຕາລີ, ອິນເດຍ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ເພື່ອຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງ, ຊຸກຍູ້ຄວາມວັດທະນາຖາວອນໃນພາກພື້ນ. ທ່ານ ລັດຖະມົນຕີ ອາເມລິກາ Mike Pompeo ເນັ້ນຫນັກວ່າ:

“ພວກຂ້າພະເຈົ້າຄັດຄ້ານທຸກການເຄື່ອນໄຫວຫັນເປັນການທະຫານ ແລະກໍ່ຄວາມຂາດສະຖຽນລະພາບຢູ່ ທະເລຕາເວັນອອກ ແລະ ທະເລຮວາຕຸງ. ພວກຂ້າພະເຈົ້າເລັ່ງລັດໃຫ້ທຸກຝ່າຍຈົ່ງເຄົາລົບວິວັດທະນາການດ້ານກົດໝາຍ ແລະ ການທູດ ຢ່າງຄົບຖ້ວນ, ແກ້ໄຂບັນດາຄວາມຂັດແຍ້ງໂດຍສັນຕິວິທີ ບໍ່ນາບຂູ່ ຫລື ນຳໃຊ້ກຳລັງແຮງການທະຫານ. ທຸກຝ່າຍຕ້ອງເຄົາລົບສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລ”

 

ຕອບກັບ

ຂ່າວ/ບົດ​ອື່ນ