ອາເມລິກາແລະອົດສຕາລີ ຄັດຄ້ານການກະທຳເຮັດໃຫ້ສະພາບຕົວຈິງຢູ່ທະເລຕາເວັນອອກ ແລະ ທະເລຮວາຕູງປ່ຽນແປງ
ອາເມລິກາ ແລະ ອົດສຕາລີ ຄັດຄ້ານການກະທຳເຮັດໃຫ້
ສະພາບຕົວຈິງຢູ່ທະເລຕາເວັນອອກ ແລະ ທະເລຮວາຕູງປ່ຽນແປງ
(ພາບ: vietnamplus.vn)
(vovworld) – ທີ່ກອງປະຊຸມທາບທາມຄວາມເຫັນຂັ້ນລັດຖະມົນຕີການຕ່າງປະເທດ ແລະ ປ້ອງກັນຊາດ ອາເມລິກາ -ອົດສຕາລີ (AUSMIN 2014) ດຳເນີນໄປໃນວັນທີ 12/08, ຢູ່ Sydney, 2 ປະເທດໄດ້ອອກຖະແຫຼງການຮ່ວມໂດຍຊີ້ແຈ້ງວ່າ ອົດສຕາລີ ຄັດຄ້ານບັນດາການກະທຳພຽງລຳພັງຝ່າຍດຽວເຮັດໃຫ້ປ່ຽນແປງສະພາບຕົວຈິງເຂດນ້ຳແດນດິນຢູ່ທະເລຕາເວັນອອກ ແລະ ທະເລຮວາຕູງ ດ້ວຍການນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ບີບບັງຄັບ… ຖະແຫຼງການຮ່ວມຂອງ AUSMIN 2014 ຢືນຢັນວ່າ 2 ຝ່າຍຕ່າງກໍ່ມີຜົນປະໂຫຍດໃນການຮັກສາສັນຕິພາບ ແລະ ມີສະຖຽນລະພາບ, ເຄົາລົບກົດໝາຍສາກົນ, ການຄ້າຖືກຕາມກົດໝາຍ ບໍ່ຖືກກີດຂວາງ ແລະ ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ ແລະ ທະເລຮວາຕູງ. ຖະແຫຼງການຮ່ວມກໍ່ຮຽກຮ້ອງໃຫ້ບັນດາຝ່າຍທີ່ມີການຂັດແຍ້ງກັນຢູ່ທະເລຕາເວັນອອກ ແລະ ທະເລຮວາຕູງ ຈົ່ງລະງັບໃຈບໍ່ດຳເນີນການກະທຳໃດທີ່ອາດຈະເຮັດໃຫ້ຄວາມຄັ່ງຕຶງເພີ່ມຂຶ້ນ, ພ້ອມທັງກຳນົດຢ່າງຈະແຈ້ງ ແລະ ເດີນຕາມບັນດາຄຳຖະແຫຼງປະກາດອະທິປະໄຕເຂດນ່ານທະເລຂອງຕົນຕາມກົດໝາຍສາກົນ, ລວມທັງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ຖະແຫຼງການຮ່ວມ ເນັ້ນໜັກເຖິງຄວາມສຳຄັນສຳລັບບັນດາຝ່າຍທີ່ມີການຂັດແຍ້ງຢູ່ທະເລຕາເວັນອອກ ໃນການສ້າງຂອບເຂດຄຸ້ມຄອງ, ຄວບຄຸມການຂັດແຍ້ງເຊິ່ງໄດ້ຍົກອອກມາໃນຖະແຫຼງການຮ່ວມກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC), ພ້ອມທັງຮຽກຮ້ອງໃຫ້ຈີນ “ບໍ່ຄວນມີບັນດາການກະທຳອາດຈະເຮັດໃຫ້ສະພາບຄວາມຂັດແຍ້ງສັບສົນຂຶ້ນຕີື່ມ ແລະ ສົ່ງຜົນສະທ້ອນເຖິງສັນຕິພາບ ແລະ ສະຖຽນລະພາບ”. ອາເມລິກາ ແລະ ອົດສຕາລີ ກໍ່ສົ່ງເສີມບັນດາປະເທດທີ່ມີການຂັດແຍ້ງກັນຢູ່ທະເລຕາເວັນອອກ ແລະ ທະເລຮວາຕູງ ບັນລຸໄດ້ຄວາມເຫັນດີເປັນເອກະສັນກ່ຽວກັບບັນດາການເຄື່ອນໄຫວທີ່ອາດຈະຮັບຮູ້ໄດ້ ແລະ ບັນດາຮູບການເຄື່ອນໄຫວໃດທີ່ຕ້ອງຫຼີກລ້ຽງໃນບັນດາບໍລິເວນພວມຂັດແຍ້ງກັນໂດຍໄວ.