ການນຳ ກູບາ Fidel Castro
(vovworld) – ວັນທີ 11/8, ຢູ່ Buenos Aires, ສະຫະສະມາຄົມບັນດາຜູ້ອອກແຮງງານແຫ່ງລັດ ອັກຊັງຕິງ (ATE) ໄດ້ຈັດຕັ້ງສະເຫຼີມສະຫຼອງ 90 ປີແຫ່ງວັນຄ້າຍວັນເກີດການນຳ ກູບາ Fidel Castro, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າຫຼາຍອົງການການເມືອງ, ສັງຄົມ ແລະ ເພື່ອນມິດສາກົນທີ່ຮັກຫອມ ກູບາ. ມີປະຊາຊົນກ່ວາ 300 ຄົນ, ໃນນັ້ນມີຊາວໜຸ່ມ ແລະ ນັກສຶກສາ ໄດ້ເຂົ້າຮ່ວມການເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດ Fidel Castro, ການນຳປະຕິວັດທີ່ປິຊາສາມາດຂອງໂລກ, ຜູ້ໄດ້ອຸທິດສ່ວນຊີວິດຂອງຕົນໃຫ້ອຸດົມການເສລີພາບ ແລະ ປົດປ່ອຍຊາດອັນສູງສົງ. ບັນດານັກປາຖະກະຖາ ເຂົ້າຮ່ວມງານບຸນພ້ອມກັນແບ່ງປັນບັນດານ້ຳໃຈຄວາມຮັກແພງ ແລະ ຄວາມນິຍົມນັບຖືຕໍ່ນ້ຳໃຈສາກົນທີ່ສູງສົງ ແລະ ຄວາມສາມັກຄີທີ່ຍິ່ງໃຫຍ່ຂອງການນຳ Fidel Castro ຕໍ່ບັນດາປະຊາຊາດໃນໂລກ, ພິເສດແມ່ນປະຊາຊົນບັນດາປະເທດ ອາເມລິກາ ລາຕີນ. ບັນດາອຸດົມການອັນສູງສົງ, ລັກສະນະມະນຸດສາດ, ນ້ຳໃຈພິລະອາດຫານ, ບັນດາຜົນງານສັງຄົມຂອງປະຊາຊົນ ກູບາ, ພິເສດແມ່ນດ້ານສາທາລະນະສຸກ, ການສຶກສາ ແລະ ຄວາມສະເໝີພາບແມ່ນການລະດົມກຳລັງໃຈ ແລະ ແມ່ນກຳລັງໜູນບັນດາປະຊາຊາດໃນພາກພື້ນ.