ອາເມລິກາໃຫ້ຄຳໝັ້ນ ສັນຍາຊ່ວຍເຫຼືອ ອາບການນີສະຖານ
(ພາບ: www.vietnamplus.vn)
(vovworld)- ວັນທີ 4/12, ອາເມລິກາ, ອັງກິດ ແລະ ບັນດາປະເທດພັນທະມິດໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍລັດຖະບານສາມັກຄີຂອງປະທານາທິບໍດີອາບການີສະຖານ Ashraf Ghani ນັບທັງເມື່ອນັກຮົບຕ່າງປະເທດຖອນອອກຈາກປະເທດນີ້ ພາຍລັງການສູ້ຮົບທີ່ແກ່ຍາວເປັນເວລາ 13 ປີ ໂຄ່ນລົ້ມລະບອບຕາລີບານ. ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບອາບການີສະຖານ ຈັດຂຶ້ນຢູ່ນະຄອນຫຼວງລອດດອນ ຂອງອັງກິດ, ທ່ານ John Kerry ລັດຖະມົນຕີການຕ່າງປະເທດອາເມລິກາ ສະແດງຄວາມເຊື່ອໝັ້ນວ່າ ບັນດານະໂຍບາຍໂດຍອຳນາດການປົກຄອງອາບການນີສະຖານ ວາງອອກ ຈະນຳມາເຊິ່ງປະເທດອາບການີສະຖານ ແຫ່ງສະຖຽນລະພາບ ແລະ ວັດທະນາຖາວອນ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີອັງກິດ ເນັ້ນໜັກເຖິງຄວາມສຳຄັນຂອງການສູ້ຮົບຕ້ານການສໍ້ລາດບັງຫຼວງຢູ່ອາບການີສະຖານ.
ສ່ວນທ່ານປະທານາທິບໍດີອາບການີສະຖານ Ashraf Ghani ຫວັງວ່າ ປະເທດນີ້ຈະບໍ່ຕ້ອງການການໜູນຊ່ວຍສູ້ຮົບຈາກບັນດາທະຫານຕ່າງປະເທດ, ຫາກຕ້ອງແມ່ນການຊ່ວຍເຫຼືອອື່ນໆຈາກປະຊາຄົມໂລກ./.