ອາເມລິກາໜູນຊ່ວຍຫວຽດນາມປົກປັກຮັກສາສຸຂະພາບຂອງມະນຸດແລະປ້ອງກັນ,ຕ້ານພະຍາດຢູ່ສັດ

ອາເມລິກາໜູນຊ່ວຍຫວຽດນາມປົກປັກຮັກສາສຸຂະພາບຂອງມະນຸດແລະປ້ອງກັນ,ຕ້ານພະຍາດຢູ່ສັດ - ảnh 1
(ພາບປະກອບ)

(vovworld) – ຕອນ​ບ່າຍ​ວັນ​ທີ 16/09, ຢູ່​ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວູວັນ​ຕາມ ​ແລະ ທ່ານ Jongha Bae, ຫົວໜ້າ​ຜູ້​ຕ່າງ​ໜ້າ​ອົງການອາຫານ ​ແລະ ກະ​ເສດສະຫະ​ປະຊາ​ຊາດ ປະຈຳ​ຫວຽດນາມ ​ໄດ້​ລົງ​ນາມ​ໂຄງການ “ຫຼຸ​ດຜ່ອນ​ຄວາມ​ສ່ຽງ ​ແລະ ຄຸ້ມ​ຄອງບັນດາ​ໄພ​ນາບ​ຂູ່​ເຖິງ​ສຸຂະພາບ​ຂອງມະນຸດ ຕາມຄຸນຄ່າສັດ”. ​ໂຄງການ​ມີ​ມູນ​ຄ່າ 2 ລ້ານ 1 ​ແສນ USD, ​ໂດຍ​ອົງການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ​ອຸປະຖ​ຳ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານ ຫວູວັນ​ຕາມ ​ໄດ້​ຕີ​ລາຄາ​ສູງ​ການ​ຊ່ວຍ​ເຫຼືອ​ຂອງ​ອົງ​ການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ ​ໃນ​ໄລຍະ​ຜ່ານ​ມາ. ຜ່ານ​ອົງການອາຫານ ​ແລະ ກະ​ເສດສະຫະ​ປະຊາ​ຊາດ ​ແລະ ບັນ​ດາ​ຄູ່​ຮ່ວມ​ມື​ອື່ນໆ, ອົງການ​ນີ້ ​ໄດ້​ຕັ້ງ​ໜ້າ​ໜູນ​ຊ່ວຍ​ຫວຽດນາມ ​ໃນ​ການ​ປ້ອນ​ກັນ, ຕ້ານ​ໄຂ​ຫວັດ​ສັດປີກ ​ໃນ​ຂອບ​ເຂດ “​ໂຄງການ​ໄຂ​ຫວັດ​ສັດປີກ” ​ແລະ “​ໂຄງການ​ບັນດາ​ໄພ​ນາບ​ຂູ່​ຈາກ​​ໂລກລະບາດ​ທີ່​ຫາ​ກໍ​ເກີດ​ຂຶ້ນ”. ການ​ໜູນ​ຊ່ວຍ​ນີ້​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ຫວຽດນາມ ​ໃນ​ການ​ປ້​ອງ​ກັນ​ຕ້ານ​ໄຂ​ຫວັດ​ສັດປີກ.

ຂ່າວ/ບົດ​ອື່ນ