ອາແຊັກໄບຢານແລະອາກເມນີບັນລຸໄດ້ຂໍ້ຕົກລົງຢຸດຍິງ

ອາແຊັກໄບຢານແລະອາກເມນີບັນລຸໄດ້ຂໍ້ຕົກລົງຢຸດຍິງ - ảnh 1
ທະຫານ Armenia ຢູ່ເທດສະບານເມືອງ Martakert
 ຈຶ້ນກັບ Nagorny Karabakh ວັນທີ 3/4
(ພາບ: AFP/TTXVN)

(vovworld) - ວັນ​ທີ 05/04 ກະຊວງ​ປ້ອງ​ກັນ​ປະ​ເທດ ອາກ​ເມ​ນີ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ແຊັກ​ໄບຢານ ​ໄດ​້ຮັບ​ຮູ້​ບັນດາ​ຝ່າຍປະ​ທະ​ກັນ​ຢູ່​ເຂດ​ເກີດ​ການ​ຂັດ​ແຍ້​ງ Nagorny Karabakh ລະ​ຫວ່າງ 2 ປະ​ເທດ ໄດ້​ບັນລຸຂໍ້​ຕົກລົງ​ຢຸດ​ຍິງ ພາຍຫລັງ​ທີ່​ເກີດການປະ​ທະ​ກັນ​ເປັນ​ເວລາ 2, 3 ວັນຜ່ານ​ມາ. ຂໍ້​ຕົກລົງ​ຢຸດ​ຍິງ​ດັ່ງກ່າວ ມີ​ຜົນ​ສັກສິດ​ເລີ່​ມ​ແຕ່ 12 ​ໂມງຕາມ​ເວລາ​ທ້ອງ​ຖິ່ນ ​ແລະ ລາຍ​ລະອຽດ​ຂອງຂໍ້​ຕົກລົງ​ພວມ​ໄດ້ຮັບ​ປຶກສາ​ຫາລືຈາກ​ບັນ​ດາ​ຝ່າຍ.

        ກ່ຽວຂ້ອງ​ເຖິງຄວາມ​ເຄັ່ງ​ຕຶງ​ລະຫວ່າງ ອາ​ແຊັກ​ໄບຢານ ​ແລະ ອາກ​ເມ​ນີ, ​ໃນ​ວັນ​ທີ 05/04, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ກະຕຸກ​ຊຸກຍູ້​ວົງ​ການການ​ນຳ ອາກ​ເມ​ນີ ​ແລະ ອາ​ແຊັກ​ໄບຢານ ຮັບປະກັນ​ການ​ປະ​ທະ​ກັນ​ຢູ່​ເຂດ​ເກີດ​ການ​ຂັ​ດ​ແຍ້​ງ Nagorny Karabakh ຈະ​ຢຸດຕິລົງ ພາຍ​ລັງ​ບັນລຸ​ໄດ້​ຂໍ້​ຕົກລົງ​ຢຸດ​ຍິງ​ດັ່ງກ່າວ.


ຂ່າວ/ບົດ​ອື່ນ