(vovworld) – ທ່ານປະທານນາທິບໍດີອຳນາດການປົກຄອງປາແລດສຕິນ Mahmoud Abbas ແລະ ຂະບວນການ ອິດສລາມປະກອບອາວຸດຮາມາດ ພວມຄວບຄຸມເຂດກາຊາ, ໄດ້ເຫັນດີປຶກສາຫາລືແຜນການເຊິ່ງລວມມີ 3 ໄລຍະ ເພື່ອເປີດຊ່ອງທາງໃຫ້ການສ້າງຕັ້ງລັດປາແລດສຕິນ ໃນອະນາຄົດ. ຕາມແຜນການ, ອາເມລິກາ ມີເວລາ 4 ເດືອນ ເພື່ອຂີດເສັ້ນຊາຍແດນໃຫ້ລັດປາແລດສຕິນ ໃນອະນາຄົດ, ກໍ່ຄືເກ້ັຍກ່ອມການຮັບຮູ້ຂອງອິດສຣາແອນ. ຖ້າຫາກ 2 ຂັ້ນຕອນທຳອິດບັນລຸຜົນສຳເລັດ, ບັນດາຝ່າຍ ຈະດຳເນີນການເຈລະຈາໂດຍໄວ ເພື່ອວາງອອກທິດທາງລະອຽດ, ໃນນັ້ນ ອຳນາດການປົກຄອງແທນອາວີບ ຈະຕ້ອງປະກາດເສັ້ນຊາຍແດນຈະແຈ້ງຂອງອິດສຣາແອນ. ແຕ່ວ່າ, ຖ້າຫາກແຜນການນີ້ປະລາໄຊ, ປາແລດສຕິນ ພ້ອມກັບບັນດາປະເທດ ອາຣັບ ຈະຮຽກຮ້ອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ ບັງຄັບໃຫ້ອິດສຣາແອນ ມອບໂອນຄືນເຂດດິນແດນຖືກຢຶດຄອງຢູ່ເຂດຟັ່ງຕາເວັນຕົກແມ່ນ້ຳຈໍແດນໃຫ້ຊາວປາແລດສຕິນ.