ຮົງກົງ(ຈີນ):ຜູ້ຈັດການ ແຫ່ຂະບວນປະທ້ວງ ປະກາດຖອນອອກຈາກ ເມືອງ Mong kok


ຮົງກົງ(ຈີນ):ຜູ້ຈັດການ ແຫ່ຂະບວນປະທ້ວງ ປະກາດຖອນອອກຈາກ ເມືອງ Mong kok - ảnh 1

(ພາບ: Reuters )

 (vovworld)- ​ ວັນ​ທີ 5/10, ຜູ້​ຈັດການ​ແຫ່​ຂະ​ບວນປະ​ທ້ວງຢູ່​ຮົງ​ກົງ (ຈີນ) ​ໄດ້​ປະກາດ​ຖອນ​ອອກ​ຈາກ​ບາງ​ສະຖານທີ່​ຈັດການ​ແຫ່​ຂະ​ບວນປະ​ທ້ວງ ພາຍ​ຫຼັງ​ໄດ້​ເຕົ້າ​ໂຮມ​ກັນ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ກ່າວ​ເຕືອນ​ຂອງ​ອຳນາດ​ການ​ປົກຄອງ​ປະຈຳ​ຖິ່ນ. ກ່ອນ​ໜ້ານັ້ນ, ການ​ປະ​ທະ​ກັນ​ໄດ້​ເກີດ​ຂຶ້ນ​ໃນຕອນ​ເຊົ້າຢູ່​ເມືອງ Mong kok

ຂະນະ​ທີ່ຕຳຫຼວດ​ໄດ້​ສິດ​​ແກດນ້ຳຕາ​ໃສ່​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຈຳນວນ​ໜຶ່ງ. ຂະ​ບວນການ “ຍຶດຄອງ​ເຂດ​ໃຈກາງ​ເມືອງ“-ໜຶ່ງ​ໃນ​ບັນດາ​ກຸ່ມ​ຈັດການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງຕ່າງໆ​ຢູ່​ເຂດ​ປົກຄອງ​ພິ​ເສດ​ຮົງ​ກົງ ​ໃຫ້​ຮູ້​ວ່າ: ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຈະ​ຖອນ​ອອກ​ຈາກ​ Mong kok ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ຂອງ​ກຳ​ລັງ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ເມືອງ​ໃຈກາງ Admiralty.

  ກ່ອນ​ໜ້ານັ້ນ, ຕອນ​ຄ່ຳ​ວັນ​ທີ 3/10, ທ່ານ​ແລງ​​ເຈິນອິນ ຫົວໜ້າ ເຂດ​ປົກຄອງ​ພິ​ເສດ​ຮົງ​ກົງ ອີກ​ເທື່ອ​ໜຶ່ງ​ໄດ້​ຮຽກຮ້ອງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຈົ່ງ​​ເລີກ​ການ​ແຫ່​ຂະ​ບວນປະ​ທ້ວງ​ໂດຍ​ໄວ ​ແນ​ໃສ່​ຟື້ນ​ຟູ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ​ແລະ ​ສ້າງ​ຊີວິດການ​ເປັນ​ຢູ່​ຂອງ ປຊຊ ​ເປັນ​ປົກກະຕິ./.

ຂ່າວ/ບົດ​ອື່ນ