ຮຸງກາຣີ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ການພົວພັນດ້ານເສດຖະກິດ ການຄ້າລະຫວ່າງສອງປະເທດ ຮຸງກາຣີ - ຫວຽດນາມໃນໄລຍະຜ່ານມາໄດ້ເພີ່ມຂຶ້ນຫລາຍສົມຄວນ ແຕ່ວ່າຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນຂອງສອງປະເທດ. 

ຮຸງກາຣີ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 1ທ່ານນາງ ເຈືອງທິມາຍ ແລະ ທ່ານ Gergely Gulyas ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງສອງພັກ 

ພາບ:baotintuc

ໃນຂອບເຂດການຢ້ຽມຢາມຮຸງກາຣີ ຂອງຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ, ວັນທີ 6 ກັນຍາ ຢູ່ ນະຄອນຫລວງ Budapest, ທ່ານນາງ ເຈືອງທິມາຍ, ຫົວຫນ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ເຈລະຈາກັບ ທ່ານ Gergely Gulyas, ຮອງປະທານສະພາແຫ່ງຊາດ, ຮອງຫົວຫນ້າຄະນະການນຳແຫ່ງຊາດພັກພັນທະມິດພົນລະເມືອງ ຮຸງກາຣີ (FIDESZ) . ທີ່ການເຈລະຈາ, ທ່ານນາງ ເຈືອງທິມາຍ ຢືນຢັນ: ພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຖືກເລື່ອງເພີ່ມທະວີການພົວພັນກັບບັນດາພັກການເມືອງ,ໃນນັ້ນ ມີພັກກຳອຳນາດ FIDESZ ກໍ່ຄືລັດ, ສະພາແຫ່ງຊາດ ແລະ ປະຊາຊົນ ຮຸງກາຣີ. ເພື່ອຮັດແຫນ້ນສາຍພົວພັນລະຫວ່າງສອງພັກກຳອຳນາດຢູ່ສອງປະເທດ, ທ່ານນາງ ເຈືອງທິມາຍ ແລະ ທ່ານ Gergely Gulyas ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກ FIDESZ. ແລະກໍ່ໃນວັນດຽວກັນ, ທ່ານນາງ ເຈືອງທິມາຍ , ຫົວຫນ້າຄະນະຂົນຂວາຍປະຊາຊົນສູນກາງ  ໄດ້ພົບປະກັບລັດຖະມົນຕີການຕ່າງປະເທດ ຮຸງກາຣີ Szijarto Peter. ທ່ານລັດຖະມົນຕີການຕ່າງປະເທດ ຮຸງກາຣີ ໃຫ້ຮູ້ວ່າ: ຮຸງກາຣີ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້. ການພົວພັນດ້ານເສດຖະກິດ ການຄ້າລະຫວ່າງສອງປະເທດໃນໄລຍະຜ່ານມາໄດ້ເພີ່ມຂຶ້ນຫລາຍສົມຄວນ ແຕ່ວ່າຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນຂອງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ