ຮຸງກາຣີປິດປະຕູດ່ານຊາຍແດນກັບCroatia
ທ່ານລັດຖະມົນຕີວ່າການ
ກະຊວງການຕ່າງປະເທດຮຸງກາຣີ Peter Szijjarto
(ພາບ: VTV)
(vovworld) – ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຮຸງກາຣີ Peter Szijjarto ປະກາດວ່າ, ປະເທດນີ້ໄດ້ປິດປະຕູດ່ານຊາຍແດນກັບ Croatia, ໃນຄໍ່າຄືນວັນທີ 16/10. ທ່ານ Peter Szijjarto ເນັ້ນນັກວ່າ, ຄະນະລັດຖະບານກ່ຽວກັບການປ້ອງກັນຄວາມສະຫງົບຮຸງກາຣີ ຕົກລົງວ່າ, ປະເທດນີ້ຕ້ອງປະຕິບັດບັນດາຄຳໝັ້ນສັນຍາຕາມສົນທິສັນຍາພາກພື້ນວ່າດ້ວຍການໄປມາຢ່າງເສລີ Schengen ຢູ່ເຂດຊາຍແດນຮຸງກາຣີ - Croatia ແຕ່ວັນທີ 17/10. ຮຸງກາຣີ ໄດ້ແຈ້ງໃຫ້ Croatia, Slovenia, ໂປໂລຍ, Slovakia, ໂອຕາຣິດ ແລະ ເຢຍລະມັນ ກ່ຽວກັບຂໍ້ຕົກລົງໃໝ່ນີ້. ຍ້ອນຮຸງກາຣີ ປິດປະຕູດ່ານຊາຍແດນກັບ Croatia, ສະນັ້ນ, ບັນດາຊາວອົບພະຍົບຕ້ອງຊອກຫາເສັ້ນທາງໄປຍັງ Slovenia ຖ້າບໍ່ຢາກຖືກຕິດຄ້າງໄວ້ຢູ່ Croatia.