ຮັດແໜ້ນການພົວພັນລະຫວ່າງ 2 ແນວໂຮມຫວຽດນາມ - ລາວ

(VOVWORLD) -ຕອນບ່າຍວັນທີ 13 ເມສາ, ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເໝີນ ໄດ້ໃຫ້ການຕ້ອນຮັບທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານສູນກາງແນວລາວສ້າງຊາດ.

ຮັດແໜ້ນການພົວພັນລະຫວ່າງ 2 ແນວໂຮມຫວຽດນາມ - ລາວ - ảnh 1ທ່ານ ເຈີ່ນແທງເໝີນ ຕ້ອນຮັບທ່ານ ໄຊສົມພອນ ພົມວິຫານ 

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເໝີນ ສະເໜີວ່າ, ໃນໄລຍະຈະມາເຖິງ, ແນວໂຮມ 2 ປະເທດລາວ - ຫວຽດນາມ ຕັ້ງໜ້າສືບຕໍ່ການສົມທົບເພື່ອພ້ອມກັນສ້າງ, ຜັນຂະຫຍາຍແຜນການປະຕິບັດບົດບັນທຶກຊ່ວຍຈຳໂຄງການຮ່ວມມືລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະ ແນວລາວສ້າງຊາດ, ແຈ້ງການຮ່ວມລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະ ແນວລາວສ້າງຊາດ ກ່ຽວກັບໝາກຜົນກອງປະຊຸມສາກົນກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມືຮອບດ້ານ ພ້ອມກັນພັດທະນາໄລຍະ 2017 – 2020.

      ສ່ວນທ່ານ ໄຊສົມພອນ ພົມວິຫານ ໄດ້ແຈ້ງໃຫ້ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເໝີນ ຊາບກ່ຽວກັບການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ ຂອງຄະນະ. ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມເຊື່ອໝັ້ນວ່າ, ການຢ້ຽມຢາມ  ແລະ ເຮັດວຽກຂອງຄະນະຜູ້ແທນ ຈະຊ່ວຍໃຫ້ແນວລາວສ້າງຊາດ ມີເງື່ອນໄຂຊອກຮູ້ກ່ຽວກັບທິດສະດີ ແລະ ພຶດຕິກຳຕົວຈິງປະຫວັດສາດຂອງແນວໂຮມປະເທດຊາດຫວຽດນາມ ຢ່າງເລິກເຊິ່ງກວ່າ, ຜ່ານນັ້ນ ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລາວ - ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ