ຮັບປະກັນການຜະລິດ ດຳເນີນທຸລະກິດຂອງ ບັນດາວິສາຫະກິດ ໂດຍສະເພາະແມ່ນ ວິສາຫະກິດຂອງນັກລົງທຶນຕ່າງປະເທດ


ຮັບປະກັນການຜະລິດ ດຳເນີນທຸລະກິດຂອງ ບັນດາວິສາຫະກິດ ໂດຍສະເພາະແມ່ນ ວິສາຫະກິດຂອງນັກລົງທຶນຕ່າງປະເທດ - ảnh 1

 (ພາບ: http://baodientu.chinhphu.vn)

(vovworld)- ​ໃນ​ໂທລະ​ເລກ​ຝາກ​ມາ​ຍັງ​ກະຊວງ​ຕຳຫຼວດ; ບັນດາ​ກະຊວງ, ອົງການ​ສູນ​ກາງ; ການ​ນຳ​ບັນດາ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ​ກ່ຽວ​ກັບ​ການ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ, ທ່ານ​ນາຍົກລັດຖະ ມົນຕີຫງວຽນ​ເຕິ​ນຢຸງ ຊີ້​ແຈ້ງວ່າ: ​ໃນ​ຊຸມ​ມື້​ຜ່ານ​ມາ, ປະຊາຊົນ​ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນເນ້ຳ​ໃຈ​ຮັກ​ຊາດແມ່ນ​ການ​ກະທຳ​ຊອບ​ທຳ ​ເພື່ອຄັດຄ້ານຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ - 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ ​ ​ແຕ່​ຢູ່​ບາງ​ທ້ອງ​ຖິ່ນ​ມີ​ບຸກຄົນ​ຈຳນວນ​ໜຶ່ງ​ໄດ້​ມີ​ການ​ກະທຳ​ທຳລາຍ​ຮາກ​ຖານ​ການ​ຜະລິດ, ນັບ​ທັງຮາກ​ຖານ​ການ​ຜະລິດ​ຂອງ​ນັກ​ລົງທຶນ​ຕ່າງປະ​ເທດ ​ແລະ ຕ້ານ​​ເຈົ້າໜ້າ​ທີ່​ພວມ​ປະຕິບັດ​ວຽກ​ງານລັດຖະການ, ກໍ່​ຄວາມ​ຂາດ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ກໍ່​ຜົນ​ສະທ້ອນ​ເຖິງສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ອັນ​ຖືກຕ້ອງ​ຂອງ​ພັກ ​ແລະ ລັດ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຮຽກຮ້ອງ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຈົ່ງ​ລົງ​ໂທດ​ບັນດາ​ຜູ້​ໄດ້​ກະຕຸ​ຊຸກຍູ້, ລະ​ເມີດ​ກົດໝາຍ ຢ່າງ​ເຂັ້ມງວດ​, ຮັບປະກັນ​ຊີວິດ​ອິນ​ຊີ ​ແລະ ຊັບ​ສິນ​ຂອງ​ທຸກ​ຄົນ, ທຸກ​ວິ​ສາ​ຫະກິດ, ຮັບປະກັນ​ການ​ຜະລິດ​ດຳ​ເນີນ​ທຸກ​ລະກິດ​​ເປັນ​ປົກກະຕິຂອງບັນດາ​ວິ​ສາ​ຫະກິດ, ​ໂດຍ​ສະ​ເພາະ​ແມ່ນວິ​ສາ​ຫະກິດ​ຂອງ​ນັກ​ລົງທຶນ​ຕ່າງປະ​ເທດ./.

 

ຂ່າວ/ບົດ​ອື່ນ