ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລີກ ໄດ້ລົງກວດກາຕົວຈິງຢູ່ສະຖານທີ່ປະຕິບັດໂຄງການ |
(vovworld)- ຕອນເຊົ້າວັນທີ 8/1, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລີກ ໄດ້ລົງກວດກາຕົວຈິງຢູ່ສະຖານທີ່ປະຕິບັດໂຄງການກຳຈັດມົນລະພິດ ດີໂອຊິນຕໍ່ສິ່ງແວດລ້ອມທີ່ສະໜາບິນດານັ້ງ ແລະ ໄດ້ເຮັດວຽກກັບບັນດາຫົວໜ່ວຍກ່ຽວຂ້ອງກ່ຽວກັບລະດັບຄວາມຄືບໜາປະຕິບັດໂຄງການ.
ໃນໄລຍະປະຕິບັດໂຄງການ, ທາງຝ່າຍອົງການພັດທະນາສາກົນອາເມລິກາໄດ້ຕີລາຄາສູງການຮ່ວມມືຂອງກະຊວງປ້ອງກັນປະເທດ, ເຫຼົ່າທັບປ້ອງກັນອາກາດຫວຽດນາມ ແລະ ບັນດາຫົວໜ່ວຍກ່ຽວຂ້ອງໃນວິວັດການຍູ້ໄວຄວາມຄືບໜາຂອງໂຄງການ.