ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍເປັນປະທານກອງປະຊຸມ
ພາບ:diemtinvietnam.vn
|
(vovworld)- “ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ຍູ້ແຮງການໂຄສະນາໃນການປ້ອງກັນ, ຕ້ານນ້ຳຖ້ວມ, ນຳ້ປາໄຫລຊຸ, ດິນເຊາະເຈືອນ”. ນັ້ນແມ່ນການຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ທີ່ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດກ່ຽວກັບວຽກງານປ້ອງກັນ ແລະ ຕ້ານນຳ້ຖ້ວມ, ນຳ້ປາໄຫລຊຸ ແລະ ດິນເຊາະເຈືອນ ປີ 2014 ຊື່ງດຳເນີນໄປໃນວັນທີ 21/8 ຢູ່ ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຊີ້ແຈ້ງວ່າ: ບັນດາທ້ອງຖິ່ນ ຄວນກວດກາບັນດາສະຖານທີ່ມີຄວາມສ່ຽງຈະເກີດນຳ້ຖວມ, ນຳ້ປາໄຫລຊຸ ແລະ ດິນເຊາະເຈືອນ, ຈາກນັ້ນ ສ້າງແຜນການເພື່ອເປັນເຈົ້າການໃນການຜັນຂະຫຍາຍບັນດາມາດຕະການຮັບມື. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເນັ້ນຫນັກວ່າ: ຈຸດໝາຍສຳຄັນທີ່ສຸດໃນການປ້ອງກັນ, ຕ້ານໄພທຳມະຊາດເວົ້າລວມ ແລະ ນຳ້ຖ້ວມ, ນຳ້ປາໄຫລຊຸ ແລະ ດິນເຊາະເຈືອນ ເວົ້າສະເພາະ ຕ້ອງຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ, ພິເສດ ແມ່ນເຂດຊົນເຜົ່າ.
“ພວກເຮົາຕ້ອງສະຫນອງຂໍ້ມູນຂ່າວສານ, ຄວາມຮູ້ກ່ຽວກັບໄພນາບຂູ່ເຖິງຊີວິດການເປັນຢູ່ຂອງເຂົາເຈົ້າຢ່າງຄົບຖ້ວນ ເພື່ອໃຫ້ປະຊາຊົນຮູ້ຈັກມາດຕະການຮັບມືກັບໄພທຳມະຊາດຄືແນວໃດ. ຮູບການ ແລະ ວິທີການໂຄສະນາຢູ່ເຂດພູດອຍ ຕ້ອງຕ່າງກັບເຂດທົ່ງພຽງ. ຕ້ອງສ້າງບັນດາແຜນຮ່າງ, ແຜນການລະອຽດໃນບັນຫານີ້.”