ຮັບປະກັນວຽກງານຕ້ອນຮັບການນຳບັນດາພື້ນຖານເສດຖະກິດ APEC ເຂົ້າຮ່ວມສັບປະດາຂັ້ນສູງ APEC 2017

(VOVWORLD) - ທ່ານປະທານປະເທດ ສະເໜີວ່າ ອະນຸກຳມະການປ້ອງກັນຄວາມໝສະຫງົບ - ສາທາລະນະສຸກ ແລະ ບັນດາກຳລັງກ່ຽວຂ້ອງສືບຕໍ່ປະຕິບັດສຳເລັດບັນດາແຜນການ, ວິທີການປົກປ້ອງສັບປະດາຂັ້ນສູງ
ຮັບປະກັນວຽກງານຕ້ອນຮັບການນຳບັນດາພື້ນຖານເສດຖະກິດ APEC ເຂົ້າຮ່ວມສັບປະດາຂັ້ນສູງ APEC 2017 - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄປກວດກາການກະກຽມໃຫ້ APEC 2017 ຢູ່ ດ່ານັ້ງ

ຕອນບ່າຍວັນທີ 28 ຕຸລາ, ພາຍຫຼັງໄປຮອດນະຄອນ ດ່ານັ້ງ ເພື່ອກະກຽມໃຫ້ແກ່ວຽກງານກວດກາກະກຽມຄັ້ງສຸດທ້າຍໃຫ້ແກ່ສັບປະດາຂັ້ນສູງ APEC 2017, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໄປຢ້ຽມຢາມ ແລະ ກວດກາວຽກງານພິທີການ, ຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ໃນການຕ້ອນຮັບບັນດາການນຳຂອງພື້ນຖານເສດຖະກິດ APEC ຢູ່ສະໜາມບິນສາກົນ ດ່ານັ້ງ. ນະທີ່ນີ້,  ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວຽກງານພິທີການ, ການປ້ອງກັນຄວາມສະຫງົບປອດໄພໃຫ້ແກ່ສັບປະດາຂັ້ນສູງມີຄວາມໝາຍສຳຄັນພິເສດ. ທ່ານປະທານປະເທດ ສະເໜີວ່າ ອະນຸກຳມະການປ້ອງກັນຄວາມໝສະຫງົບ - ສາທາລະນະສຸກ ແລະ ບັນດາກຳລັງກ່ຽວຂ້ອງສືບຕໍ່ປະຕິບັດສຳເລັດບັນດາແຜນການ, ວິທີການປົກປ້ອງສັບປະດາຂັ້ນສູງ, ກະກຽມທຸກໆວິທີການແກ້ໄຂກໍລະນີເກີດຂຶ້ນ, ຮັບປະກັນຄວາມສະຫງົບປອດໄພໃຫ້ດີທີ່ສຸດແກ່ສັບປະດາຂັ້ນສູງ APEC 2017.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ກໍ່ຢືນຢັນວ່າ ເລື່ອງຍົກລະດັບພື້ນຖານໂຄງລ່າງສະໜາມບິນສາກົນ ດ່ານັ້ງ ໃຫ້ສວຍງາມ, ທັນສະໄໝ, ເຄື່ອນໄຫວພ້ອມກັບຕຶກອາຄານຜູ້ໂດຍສານສາກົນໃໝ່ຈະສ້າງໃຫ້ມີການເຄື່ອນໄຫວຢ່າງຄົບຊຸດ ແລະ ເປັນປົກກະຕິໃນສັບປະດາຂັ້ນສູງ APEC.

ຕອບກັບ

ຂ່າວ/ບົດ​ອື່ນ