ຮັບປະກັນແຫຼ່ງນ້ຳ ແລະ ອ່າງເກັບນ້ຳໃຫ້ໝັ້ນຄົງ

(VOVWORLD) - ຕອນເຊົ້າວັນທີ 17 ສິງຫາ ຢູ່ຮ່າໂນ້ຍ, ກຳມາທິການວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມອະພິປາຍກ່ຽວກັບ “ຄວາມໝັ້ນຄົງແຫຼ່ງນ້ຳຮັບໃຊ້ການຜະລິດ, ຊີວິດປະຈຳວັນ ແລະ ຄຸ້ມຄອງຄວາມປອດໄພຂອງອ່າງເກັບນ້ຳ”.
ຮັບປະກັນແຫຼ່ງນ້ຳ ແລະ ອ່າງເກັບນ້ຳໃຫ້ໝັ້ນຄົງ - ảnh 1 ກອງປະຊຸມອະພິປາຍ (ພາບ: VTV)

        ບົດລາຍງານການສຳຫຼວດກວດກາຄວາມໝັ້ນຄົງແຫຼ່ງນ້ຳຢູ່ກິດຈະກຳອ່າງເກັບນ້ຳ 12 ແຫ່ງ; ໂຮງຈັກ, ສະຖານີສະໜອງນ້ຳ 4 ແຫ່ງ; ໂຮງງານໄຟຟ້ານ້ຳຕົກ 3 ແຫ່ງຢູ່ 14 ແຂວງ, ນະຄອນຂອງກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມສະແດງໃຫ້ເຫັນວ່າ ປະລິມານສະສົມນ້ຳແມ່ນມີຫຼາຍຢູ່. ທ່ານ ຟານຊວັນຢຸ້ງ, ຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ ຊີ້ແຈ້ງວ່າ:

        “ບັນຫາຮັບປະກັນຄວາມໝັັ້ນຄົງແຫຼ່ງນ້ຳ ແລະ ອ່າງເກັບນ້ຳ ພວມໄດ້ຮັບຖືວ່າ ແມ່ນຈຳເປັນທີ່ສຸດ ຕ້ອງມີການປ່ຽນແປງຈິນຕະນາການໃນການຄຸ້ມຄອງ, ນຳໃຊ້ແຫຼ່ງນ້ຳຢ່າງປອດໄພ, ມີປະສິດທິຜົນ. ເນື້ອໃນສຳຄັນທີ່ສຸດ ແມ່ນສົ່ງຜົນສະທ້ອນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ນັບທັງປະຈຸບັນ ແລະ ໃນອະນາຄົດ.

        ທີ່ກອງປະຊຸມດັ່ງກ່າວ, ບັນດາຜູ້ແທນກໍ່ໄດ້ຍົກອອກຄຳເຫັນກ່ຽວກັບແຜນການຂອງລັດຖະບານ ແລະ ບັນດາກະຊວງກ່ຽວກັບການແກ້ໄຂຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດທີ່ມີຕໍ່ແຫຼ່ງນ້ຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ