ຮັບປະກັນໃຫ້ປະຊາຊົນໄດ້ສຳພັດກັບການບໍລິການສາທາລະນະສຸກທີ່ມີຄຸນນະພາບ

ຮັບປະກັນໃຫ້ປະຊາຊົນໄດ້ສຳພັດກັບການບໍລິການສາທາລະນະສຸກທີ່ມີຄຸນນະພາບ - ảnh 1
(​ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ສາ​ທາ​ລະນະ​ສຸກ ຫງວຽນ​ທິກິມຕ໋ຽນ)

(vovworld) –  ຮັບປະກັນ​ໃຫ້​ປະຊາຊົນ​ໄດ້​ສຳ​ພັດ​ກັບ​ການ​ບໍລິການ​ສາທາລະນະ​ສຸກທີ່ມີ​ຄຸນ​ນະພາ​ບ, ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ສາ​ທາ​ລະນະ​ສຸກ ຫງວຽນ​ທິກິມຕ໋ຽນ ​ໃນ​ລາຍການ “ປະຊາຊົນ​ຖາມ - ລັດຖະມົນຕີ​ຕອບ” ​ເມື່ອ​ວັນ​ທີ 22/06. ກ່ຽວ​ກັບ​ການ​ປ່ຽນ​ໃໝ່, ບຸກທະລຸ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ປະກັນ​ສຸຂະພາບ (ສະບັບ​ປັບປຸງ), ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ສາ​ທາ​ລະນະ​ສຸກ ຫງວຽນ​ທິກິມຕ໋ຽນ ​ໃຫ້​ຮູ້​ວ່າ.

        “ກົດໝາຍ​ປັບປຸງ, ເພີ່ມ​ເຕີມ​ປະກັນ​ສຸຂະພາບ​ຄັ້ງ​ນີ້​ແມ່ນຖື​ສິດຜົນປະ​ໂຫຍດຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ຄົນ​ທຸກ​ຍາກ​ເປັນສຳຄັນ. ມີ​ບາງ​ຂໍ້​ປັບ​ປຸງ​ຕົ້ນ​ຕໍ່​ແມ່ນ ການ​ຊື້​ບັດ​ປະກັນ​ສຸຂະພາບ​ແມ່ນ​ບັງຄັບ ​ແລະ ຕາມ​ຄອບຄົວ, ​ໃນ​ຄອບຄົວຍິ່ງມີ​ຫຼາຍ​ຄົນ​ເຂົ້າ​ຮ່ວມລາຄາ​ຊື້ບັດ​ປະກັນ​ສຸຂະພາບ​ຍິ່ງຫຼຸດ​ລົງ ກ້າວ​ໄປ​ເຖິງ​ທົ່ວ​ປວງ​ຊົນ​ຊື້​ບັດ​ປະກັນ​ສຸຂະພາບ​. ມີຈຸດ​ໃໝ່​ອີກ​ນັ້ນແມ່ນ ​​ເຊື່ອມ​ຕໍ່​ຕາໜ່າງກວດ ​ແລະ ປິ່ນປົວ​ພະຍາດ, ຈາກ​ຂັ້ນ​ຕາ​ແສງ ຕະຫຼອດ​ຮອດ​ຂັ້ນ​ເມືອງ, ຂັ້ນ​ແຂວງ ​ແລະ ​ສູນ​ກາງ, ໝາຍ​ຄວາມ​ວ່າ ຄົນ​ເຈັບ​ໜັກຢູ່​ເຂດ​ນີ້ສາມາດ​ສົ່ງ​​ໄປປິ່ນປົວ​ພະຍາດ​ຢູ່​ໂຮມ​ໝໍ​ສູນກາງ​ໂດຍ​ກົງ ​ແລະ ​ໄດ້ຊຳລະ​ຄ່າ​ປິ່ນປົວ​ພະຍາດທັງ​ໝົດ​ຕາມ​ບັດ​ປະກັນ​ສຸຂະພາບ”.

        ຕາມ​ທ່ານ​ນາງ​ລັດຖະມົນຕີ ຫງວຽນ​ທິກິມຕ໋ຽນ ​ແລ້ວ, ຂະ​ແໜງ​ສາທາລະນະ​ສຸກ​ຍັງ​ປ່ຽນ​ໃໝ່​ບັນດາ​ລະບຽບ​ການ​ບໍລິຫານຄື ຖອນ​ເວລາ​ລໍ​ຖ້າ, ​ເປີດ​ຫ້ອງ​ກວດ​ພະຍາດ​ຕື່ມ​ອີກ, ຫຼຸດ​ລະບຽບ​ການ​ບໍລິການ... ພິ​ເສດ​, ກະຊວງ​ສາທາລະນະ​ສຸກ​ໄດ້​​ເປີດ​ໂທລະສັບສາຍ​ດ່ວນ​ເພື່ອ​ໃຫ້​ປະຊາຊົນ​ສາມາດ​ໂທ​​ໂດຍ​ກົງ​ເພື່ອ​ສ່ອງ​ແສງຄວາມ​ບໍ່ພໍ​ໃຈ​ຢູ່​ໂຮງໝໍຂັ້ນ​ເມືອງ, ​ແຂວງ ​ແລະ ສູນ​ກາງ.

ຂ່າວ/ບົດ​ອື່ນ