ຮັບຮອງເອົາບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14ຢູ່ກຸ່ມບັນດາອົງການສູນກາງ

ຮັບຮອງເອົາບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14ຢູ່ກຸ່ມບັນດາອົງການສູນກາງ - ảnh 1
(ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ
 ຫງວຽນ​ທ້ຽນ​ເຍີ​ນ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ)


(vovworld) - ວັນ​ທີ 14/04, ຄະ​ນະ​ປະ​ທານ​ຄະ​ນະ​ກຳ​ມະ​ກາ​ນ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມ​ເຈ​ລະ​ຈາ​ຄັ້ງ​ທີ 3, ໄດ້​ເປັນ​ເອ​ກະ​ພາບ​ບັນ​ຊີ​ລາຍ​ຊື່​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທ​ີ 14, 197 ທ່ານຢູ່​ກຸ່ມ​ບັນ​ດາ​ອົງ​ການ​ສູນ​ກາງ, ຫົວ​ໜ່ວຍ​ສູນ​ກາງ ​ຢ່າງ​ເປັນ​ທາງ​ການ. ພາຍ​ຫຼັງ​ກອງ​ປະ​ຊຸມ​ເຈ​ລະ​ຈາ​ຄັ້ງ​ທີ 2, ບັນ​ຊີ​ລາຍ​ຊື່ ແລະ ​ຊີ​ວະປະ​ຫວັດ​​ຫ​ຍໍ້​ຂອງ 197 ທ່ານນີ້ ຈະ​ໄດ້​ສົ່ງ​ເຖິງ​ບັນ​ດາ​ທ້ອງ​ຖິ່ນ​ເພື່ອ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບ່ອນ​ຢູ່​ອາ​ໄສ​ພິ​ຈ​ະ​ລະ​ນາ​ໃຫ້​ຄຳ​ເຫັນ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ຮອງ​ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ຫງວຽນ​ທ້ຽນ​ເຍີ​ນ ໃຫ້​ຮູ້​ວ່າ.

        “ກອງ​ປະ​ຊຸມ​ເຈ​ລະ​ຈາ​ຄ​ັ້ງ​ນ​ີ້ ແມ່ນ​ເນື້ອ​ໃນມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງຂອງວິ​ວັດ​ການ​ເລື​ອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14. ນີ້​ແມ່ນກອງ​ປະ​ຊຸມ​ເຈ​ລະ​ຈາ​ຄັ້ງ​ສຸດ​ທ້າຍ, ສະ​ນັ້ນ, ຄະ​ນະ​ປະ​ຈຳ​ຄະ​ນ​ະ​ກຳ​ມະ​ການ​ສ​ູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ​ສະ​ເໜີ​ບັນ​ດາ​ສະ​ຫາຍ​ອີ່ງ​ໃສ່​ມາດ​ຕະ​ຖານ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ໝາກ​ຜົນ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ຢູ່​ບ່ອຍ​ຢູ່​ອາ​ໄສ ສຳ​ລັບ​​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງແຕ່​ລະຄົນ ແລະ ໃບ​ສະ​ເໜີ​ຂອງ​ຄະ​ນະ​ປະ​ຈຳ​ຄະ​ນະ​ກຳ​ມະ​ການ​ສ​ູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ເສີມ​ຂະ​ຫຍາຍ​ລັກ​ສະ​ນະ​ປະ​ຊາ​ທິ​ປະ​ໄຕ, ພ​ູມ​ປັນ​ຍາ, ໜ້າ​ທີ່​ຮັບ​ຜິ​ດ​ຊອບ ເພື່ອ​ຄັດ​ເລືອກ ແລະ ສ້າງ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຜູ້​ບັນ​ລຸ​ມາດ​ຖານ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ”.

        ພາຍ​ຫຼັງ​ກອງ​ປະ​ຊຸມ​ເຈ​ລະ​ຈາ​ຄັ້ງ​ທີ 3, ບັນ​ດາ​ອົງ​ການ,​ ອົງ​ການ​ຈັດ​ຕັ້ງ, ຫົວ​ໜ່ວຍຈະ​ຈັດ​ຕັ້ງ​ບັນ​ດາ​ກອງ​ປ​ະ​ຊຸມ​ຕໍ່​ໄປ​ເພື່​ອ​ພົບ​ປະ​ກັບ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂົນ​ຂວາຍ​ການ​ເລືອກ​ຕັ້ງ, ເລີ່ມ​ປະ​ກາດ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ທາງ​ການ​ໃນ​ວັນ​ທີ 27/04 ແລະ ສິ້ນ​ສຸດ​ກ່ອນ​ການ​ປ່ອນ​ບັດ 24 ຊົ່ວ​ໂມງ (ກ່ອນ 7 ໂມງ ຂອງວັນ​ທີ 21/05/2016).

ຂ່າວ/ບົດ​ອື່ນ