ຮັບຮອງເອົາເນື້ອໃນເວທີປາໄສMDEC-ຊອກຈັງ2014
ພາບປະກອບ
(vovworld) – ວັນທີ 9/9, ທີ່ ເກີນເທີ, ຄະນະຊີ້ນຳເວທີປາໄສການຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງ - ຊອກຈັງ 2014 ໄດ້ເຮັດວຽກກັບກະຊວງແຜນການ ແລະ ການລົງທຶນ ກ່ຽວກັບແຜນການຈັດຕັ້ງ ແລະ ຮັບຮອງເອົາເນື້ອໃນໂຄງການ ເວທີປາໄສຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງ - ຊອກຈັງ 2014 (ເອີ້ນຫຍໍ້ວ່າ MDEC - ຊອກຈັງ 2014) ຄາດວ່າ ຈະຈັດຕັ້ງໃນລະຫວ່າງວັນທີ 5 – 7/11/2014, ຢູ່ນະຄອນຊອກຈັງ, ແຂວງ ຊອກຈັງ. ດ້ວຍຫົວຂໍ້ວ່າ: “ສ້າງໂຄງປະກອບກະສິກຳ - ກໍ່ສ້າງຊົນນະບົດໃໝ່ ຮັບມື້ກັບການປ່ຽນແປງຂອງດິນຟ້າອາກາດເຂດທົ່ງພຽງແມ່ນ້ຳຂອງ” ເວທີປາໄສ MDEC - ຊອກຈັງ ລວມມີບັນດາການເຄື່ອນໄຫວຄື: ກອງປະຊຸມສຳມະນາບົດບາດຂອງທະນາຄານໃນການສ້າງໂຄງປະກອບກະສິກຳຄືນໃໝ່ ແລະ ກໍ່ສ້າງຊົນນະບົດໃໝ່ ເຂດທົ່ງພຽງແມ່ນ້ຳຂອງ, ກອງປະຊຸມສຳມະນາສ້າງໂຄງປະກອບກະສິກຳຄືນໃໝ່ - ກໍ່ສ້າງຊົນນະບົດໃໝ່ເຂດທົ່ງພຽງແມ່ນ້ຳຂອງ ຕາມທິດຮ່ວມສຳພັນ, ເພີ່ມທະວີບັນດາມູນຄ່າກະສິກຳ, ກອງປະຊຸມກ່ຽວກັບການສົ່ງເສີມການລົງທຶນ ກະສິກຳ, ຊົນນະບົດ... ມຸ່ງໄປເຖິງພື້ນຖານເສດຖະກິດຂຽວ, ຍືນຍົງ. ໃນຂອບເຂດຂອງເວທີປາໄສຍັງມີງານບຸນຊ່ວງເຮືອຂອງຊາວເຜົ່າຂະເມ ຕິດພັນກັບງານຕະຫຼາດນັດການຄ້າ ແລະ ການທ່ອງທ່ຽວ, ແນະນຳ, ໂຄສະນາເຜີຍແຜ່ໝູ່ບ້ານອາຊີບ, ຜະລິດຕະພັນທີ່ເປັນເອກະລັກສະເພາະຂອງທ້ອງຖີ່ນຕ່າງໆຢູ່ແຂວງ ຊອກຈັງ.