ຮັບເອກະສານແລະແຜນທີ“ຮ່ວາງຊາ,ເຈືອງຊາຂອງຫວຽດນາມ-ບັນດາຫຼັກຖານປະຫວັດສາດແລະນິຕິກຳ”

ຮັບເອກະສານແລະແຜນທີ“ຮ່ວາງຊາ,ເຈືອງຊາຂອງຫວຽດນາມ-ບັນດາຫຼັກຖານປະຫວັດສາດແລະນິຕິກຳ” - ảnh 1
ພິ​ທີ​ຮັບ ແລະ ວາງ​ສະ​ແດງ​ເອກ​ະ​ສານ, ແຜນ​ທີ່ “ຮ່​ວາງ​ຊາ, ເຈື່ອງ​ຊາ ຂອງ ຫວຽດ​ນາມ - ບັນ​ດາຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ກຳ”
(ພາບ: N.Lộc
)

(vovworld) – ຕອນ​ເຊົ້າ​ວັນ​ທີ 11/3, ຢູ່​ຮ່າ​ໂນ​້ຍ, ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ, ສູນ​ກາງ​ສະ​ຫະ​ພັນ​ຊາວ​ໜຸ່ມ ຫວຽດ​ນາມ ຈັດ​ຕັ້ງ​ພິ​ທີ​ຮັບ ແລະ ວາງ​ສະ​ແດງ​ເອກ​ະ​ສານ, ແຜນ​ທີ່ “ຮ່​ວາງ​ຊາ, ເຈື່ອງ​ຊາ ຂອງ ຫວຽດ​ນາມ - ບັນ​ດາຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ກຳ” 180 ຢ່າງ ໂດຍ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານມອບ​ໃຫ້. ທີ່​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ເຈືອງ​ມິງ​ຕ໋ວ​ນ ໃຫ້​ຮູ້​ວ່າ:  180 ເອ​ກະ​ສານ, ແຜນ​ທີ່ກ່ຽວ​ກັບ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ຂອງ ຫວຽດ​ນາມ ແມ່ນ​ສ່ວນ​ໜຶ່ງ​ໃນ​ບັນ​ດາ​ເອ​ກະ​ສານ​ທີ່​ເກັບ​ມາ​ໄດ້​ຈາກ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ໃນ​ໂລກ. ບັນ​ດາ​ເອ​ກະ​ສານນີ້​ມີ​ຄຸນ​ຄ່າ​ດ້ານ​ນິ​ຕິ​ກຳ ແລະ ປະ​ຫວັດ​ສາດ​ຢ່າງ​ແຮງ​ໃນ​ການຢັ້ງ​ຢືນ, ພິ​ສູດ​ໃຫ້​ເຫັນ​ວ່າ: ຫວຽດ​ນາມ ໄດ້​ກຳ​ນົດ​ອະ​ທິ​ປະ​ໄຕ​ທີ່​ມີ​ຕໍ່​ໝູ່​ເກາະ ຮ່​ວາງ​ຊາ, ເຈື່ອງ​ຊາ ແຕ່​ດົນ​ນານ​ແລ້ວ, ຜ່ານ​ມາດ​ຕະ​ການ​ສັນ​ຕິ​ພາບ, ບັນ​ດາສະ​ໄໝສັກ​ດີ​ນາ ແລະ ລັດ ຫວຽດ​ນາມ ​ໄດ້ປະ​ຕິ​ບັດ, ​ການປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ສຳ​ລັບ​ໝູ່​ເກາະ​ທັງ​ 2 ນີ້.

        ເມື່ອຮັບ​ເອ​ກະ​ສານ​ແລະ​ແຜນ​ທີ ຮ່​ວາງ​ຊາ, ເຈືອງ​ຊາ​ຂອງ​ ຫວຽດ​ນາມ - ບັນ​ດາຫຼັກ​ຖານ​ປະ​ຫວັດ​ສາດ ແລະ​ ນິ​ຕິ​ກຳ”, ທ່ານ​ເລ​ຂາ​ສູນ​ກາງ​ຊາວ​ໜຸ່ມ, ປະ​ທານ​ສະ​ຫະ​ພັນ ຊາວ​ໜຸ່ມ ຫວຽດ​ນາມ ຫງວຽ​ນ​ຟີ​ລອງ, ຮຽກ​ຮ້ອງ​ໃຫ້​ຊາວ​ໜຸ່ມ​ທຸກ​ຂັ້ນ​ມີ​ການ​ກະ​ທຳ​ຢ່າງ​ແທດ​ຈິງ, ເໝາະ​ສົມ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ບັນ​ດາ​ສິດ​ຜົນ​ປະ​ໂຫຍດ​ອັນ​ເປັນ​ທຳຂອງ ຫວຽດ​ນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ.


ຂ່າວ/ບົດ​ອື່ນ