ຮູບແບບເຮືອນປ້ອງກັນນ້ຳຖ້ວມ ຊ່ວຍໃຫ້ປະຊາຊົນ ກວ່າ 3500 ຄົນມີຄວາມປອດໄພຕໍ່ໜ້າໄພທໍາມະຊາດ

(VOVWORLD) -ຕອນຄ່ຳວັນທີ 25 ພະຈິກ, ທີ່ຮ່າໂນ້ຍ, ຄະນະຈັດຕັ້ງຮູບແບບເຮືອນປ້ອງກັນນ້ຳຖ້ວມ ໄດ້ສະເຫຼີມສະຫຼອງຄົບຮອບ 5 ປີ ຮູບແບບເຮືອນປ້ອງກັນນ້ຳຖ້ວມໃຫ້ແກ່ປະຊາຊົນ.

  ຫຼັງຈາກການເຄື່ອນໄຫວ ເປັນເວລາ 5 ປີ, ຮູບແບບເຮືອນປ້ອງກັນນ້ຳຖ້ວມ ໄດ້ຮັບອະນຸຍາດຢ່າງເປັນທາງການ ເພື່ອສ້າງຕັ້ງກອງທຶນໜູນຊ່ວຍ ແລະ ພັດທະນາຊຸມຊົນດຳລົງຊີວິດແບບຍືນຍົງ (ເອີ້ນຫຍໍ້ວ່າ ກອງທຶນແຫ່ງຊີວິດ - Sống Foundation) ໃນວັນທີ 7 ພະຈິກ. ຄຽງຄູ່ກັບການເຄື່ອນໄຫວໜູນຊ່ວຍກໍ່ສ້າງເຮືອນຢູ່ປອດໄພ ແລະ ພັດທະນາເສດຖະກິດຍືນຍົງ, ໃນເດືອນຕຸລາທີ່ຜ່ານມາ, ເຮືອນປ້ອງກັນນ້ຳຖ້ວມ ໄດ້ເລີ່ມຕົ້ນໂຄງການ ຄວາມສຸກສີຂຽວ ໃນຄວາມມານະພະຍາຍາມເພີ່ມທະວີຄວາມໜາແໜ້ນຂອງຕົ້ນໄມ້ຂຽວ ຢູ່ຕົວເມືອງ ຮ່ໂນ້ຍ ແລະ ປູກຕົ້ນໄມ້ຕ້ານຄື້ນພະຍຸ ປົກປ້ອງເຂດແຄມທະເລ ເກື໋ອດ້າຍ, ໂຮ້ຍອານ, ແຂວງ ກວ໋າງນາມ. ບັນດາຮູບແບບທີ່ໄດ້ຮັບ ເຮືອນປ້ອງກັນນ້ຳຖ້ວມທີ່ໄດ້ຮັບການຄົ້ນຄວ້າ  ແລະ ອອກແບບແມ່ນອີງໃສ່ຈຸດພິເສດຂອງໄພທຳມະຊາດ ທີ່ມີລັກສະນະສະເພາະຂອງແຕ່ລະທ້ອງຖິ່ນ, ພ້ອມກັບຄວາມຫວັງຂອງເຈົ້າຂອງເຮືອນ.

ພາຍຫຼັງ 5 ປີ, ດ້ວຍການເຂົ້າຮ່ວມຂອງຊຸມຊົນ, ຮູບແບບເຮືອນປ້ອງກັນນ້ຳຖ້ວມ ໄດ້ກໍ່ສ້າງເຮືອນເກືອບ 700 ຫຼັງ, ຊ່ວຍໃຫ້ປະຊາຊົນ ກວ່າ 3500 ຄົນມີຄວາມປອດໄພຕໍ່ໜ້າໄພທໍາມະຊາດ. ຜ່ານບັນດາການເຄື່ອນໄຫວສ້າງກອງທຶນຈາກ ການສະແດງສິລະປະ, ຮູບແບບເຮືອນປ້ອງກັນນ້ຳຖ້ວມສ້າງກອງທຶນໄດ້ 30 ຕຶ້ດົ້ງ ພາຍໃນ 5 ປີ. ຄ່ຳຄືນ ແຫ່ງການສະເຫຼີມສະຫຼອງ 5 ປີ ຮູບແບບເຮືອນປ້ອງກັນນ້ຳຖ້ວມ ກໍ່ໄດ້ສ້າງກອງທຶນສຳເລັດດ້ວຍວົງເງິນເກືອບ 1,5 ຕື້ດົ້ງ ຜ່ານບັນດາການເຄື່ອນໄຫວ ຂາຍປະມູນຮູບແຕ້ມ, ຮູບຖ່າຍ ຂອງບັນດານັກສິລະປະການ, ເຊິ່ງທຽບເທົ່າກັບ ເຮືອນປອດໄພ 36 ຫຼັງ ທີ່ຈະໄດ້ຮັບການກໍ່ສ້າງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ