ຮ່ວມມືປ້ອງກັນ ແລະ ຄວບຄຸມບັນດາພະຍາດຕິດແປດຈາກສັດສູ່ຄົນ

ຮ່ວມມືປ້ອງກັນ ແລະ ຄວບຄຸມບັນດາພະຍາດຕິດແປດຈາກສັດສູ່ຄົນ - ảnh 1
ພາບປະກອບ: internet

(vovworld) -  ຕອນ​ເຊົ້າ​ວັນ​ທີ 3/4 ຢູ່ ຮ່າ​ໂນ້ຍ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ໄດ້​ສົມທົບ​ກັບ​ກະຊວງ​ສາທາລະນະ​ສຸກ ຈັດ​ຕັ້ງ​ກອງ​ປະຊຸມ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸ​ມພະຍາດ​ຕິດ​​ແປດຈາກ​ສັດ​​ສູ່​ຄົນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ຜູ້ຕາງຫນ້າ​ບັນດາ​ອົງການ​ຈັດ​ຕັ້ງສາກົນ​ຄື: ອົງການ​ອະນາ​ໄມ​ໂລກ, ອົງການ​ສັດຕະ​ວະ​ແພດ​ໂລກ, ສະຖານທູດ ອາ​ເມ​ລິ​ກາ​ປະຈຳ​ຫວຽດນາມ ພ້ອມ​ກັບ​ບັນດາ​ຄູ່​ຮ່ວມ​ມື, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ ຢູ່ ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ຊື່​ງຫວຽດນາມ​ບັນລຸ​ໄດ້​ໃນ​ວຽກ​ງານ​ປ້ອງ​ກັນ ​ແລະ ຄວບ​ຄຸມ​​ໂລກລະບາດ​ຈາກ​ສັດ​ສູ່​ຄົນ. ພິ​ເສດ ຫວຽດນາມ ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ວຽກ​ງານ​ປ້ອງ​ກັນ ​ແລະຄວບ​ຄຸມ​ໂລກ​ລະ​ບາດ SARS, ສະກັດ​ກັ້ນ​ໂລກ​ໄຂ້ຫວັດ​ສັດ​ປີກ ​ແລະ HIV/AIDS.  ​ເມື່ອ​ເວົ້າ​ເຖິງ​ວຽກ​ງານ​ປ້ອງ​ກັນ ​ແລະ ຄວບ​ຄຸມພະ​ຍາດຕິດ​​ແປດ​ຈາກ​ສັດ​ໄປ​ສູ່​ຄົນ, ທ່ານ​ David B Shear, ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ ຍົກ​ຄຳ​ເຫັນ​ວ່າ:

       “ພວກ​ເຮົາ​ພ້ອມ​ກັນ​ຮັບ​ຮູ້ ​ແລະ ຊຸກຍູ້​ສາຍ​ກ່ຽວ​ພັນ​ລະຫວ່າງ​ບັນດາ​ຂົງ​ເຂດ​ຕ່າງ​ກັນ​ເພື່ອ​ແກ້​ໄຂ​ໄພຂົມ​ຂູ່​ຂອງ​ໂລກລະບາດ​ຈາກ​ສັດ​ສູ່​ຄົນ​ຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ການ​ຮ່ວມ​ມື​ລວມກ່ຽວ​ກັບ​ດ້ານ​ວິຊາ​ສະ​ເພາະ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ ຕ້ອງ​ສ້າງ​ລະບົບ​ຫນຶ່ງ​ໃນ​ນັ້ນ ​ເນັ້ນຫນັກ​ເຖິງ​ການ​ປ້ອງ​ກັນ​ຫລາຍ​ກວ່າ​ການ​ຮັບ​ມື, ກຳນົດ​ໄດ້​ການ​ຂົມ​ຂູ່​ຕ່າງໆ​ຂອງ​ໂລກລະບາດ​ທີ່ຫາ​ກໍ​ເກີດ​ຂຶ້ນ ກ່ອນ​ທີ່​​ແຜ່​ລາມ​ອອກ​ຢ່າງ​ກວ້າງ​ຂວາງ, ຈາກ​ນັ້ນ​ຈຶ່ງ​ປະຢັດ​ໄດ້​ເວລາ, ​ແຫ​ລ່ງກຳລັງ​ປ້ອງ​ກັນ, ຄວບ​ຄຸມ​ໂລກລະບາດ ​ແລະ ປົກ​ປ້ອງມະນຸດ​ໄດ້.”

 

ຂ່າວ/ບົດ​ອື່ນ