(vovworld) – ຮ່ວມມືພັດທະນາຫວຽດນາມ, ອາຊຽນ - ອິນເດຍ: ສະພາບຕົວຈິງແລະແງ່ຫວັງ, ນີ້ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາ ໂດຍສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ຈັດຕັ້ງໃນລະຫວ່າງວັນທີ 29 – 30/09, ຢູ່ຮ່າໂນ້ຍ. ກອງປະຊຸມສຳມະນາເພື່ອມຸ່ງໄປເຖິງການເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຊຸກຍູ້ການຮ່ວມມື, ນຳມາເຊິ່ງຄວາມວັດທະນາຖາວອນລວມໃຫ້ຫວຽດນາມ, ອາຊຽນ ແລະ ອິນເດຍ… ທີ່ວາລະດຳເນີນການປຶກສາຫາລື, ບັນດາຄຳເຫັນທີ່ໄດ້ຍົກອອກມາ ຄາດຄະເນກ່ຽວກັບແງ່ຫວັງຂອງການພົວພັນຮ່ວມມືພັດທະນາລະຫວ່າງຫວຽດນາມ, ອາຊຽນ ແລະ ອິນເດຍ ໃນທຸກຂົງເຂດແຕກຕ່າງກັນ, ຄາດຄະເນການຕີລາຄາບັນດາປັດໃຈສົ່ງຜົນສະທ້ອນຢ່າງຕັ້ງໜ້າ ຫຼື ຖືກກຳນົດ, ຕັດສິນໃຈ, ບັນດາປັດໃຈສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ ອາດຈະກາຍເປັນຮົ້ວກີດຂວາງສຳລັບການພົວພັນຮ່ວມມືລະຫວ່າງ 2 ຝ່າຍ. ບັນດາຂໍ້ລິເລີ່ມ, ມາດຕະການເພື່ອແກ້ໄຂຂໍ້ຈຳກັດ, ຫຍຸ້ງຍາກ, ອ່ອນດ້ອຍ, ເພີ່ມທະວີບັນດາປັດໃຈທີ່ມີລັກສະນະພື້ນຖານ… ເພື່ອແນໃສ່ເປີດກວ້າງ, ເພີ່ມທະວີປະສິດທິຜົນການຮ່ວມມືລະຫວ່າງຫວຽດນາມ, ອາຊຽນ ແລະ ອິນເດຍ ເຊິ່ງໄດ້ຍົກອອກມາທີ່ກອງປະຊຸມສຳມະນາ ດ້ວຍຄວາມຫວັງຮັກສາສະພາບແວດລ້ອມສັນຕິພາບ, ການພັດທະນາຢ່າງວັດທະນາຖາວອນ, ປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ການພັດທະນາຂອງພາກພື້ນ ແລະ ໃນໂລກ.