ຮ່ວມມືສາກົນໃນການປັບປຸງກົດໝາຍວ່າດ້ວຍ ງົບປະມານແຫ່ງລັດ
ທ່ານລັດຖະມົນຕີກະຊວງການເງິນ ດິງຕ໋ຽນຢຸງ
(ພາບ: radiovietnam.vn)
(vovworld) – ຫວຽດນາມ ແລະ ບັນດາຄູ່ຮ່ວມມືພັດທະນາ, ບັນດາອົງການຈັດຕັ້ງສາກົນ ຈະເພີ່ມທະວີການຮ່ວມມືກວ່າອີກ ໃນຂົງເຂດການເງິນສາທາລະນະ ແລະ ປັບປຸງກົດໝາຍວ່າດ້ວຍງົບປະມານແຫ່ງລັດໃນໄລຍະຈະມາເຖິງ. ຂໍ້ມູນດັ່ງກ່າວໄດ້ຍົກອອກມາທີ່ກອງປະຊຸມກຸ່ມຄູ່ຮ່ວມມືການການເງິນສາທາລະນະດ້ວຍຫົວຂໍ້ “ພັດທະນາການພົວພັນຄູ່ຮ່ວມມືໄລຍະ 2014 – 2015 ແລະ ປັບປຸງກົດໝາຍວ່າດ້ວຍງົບປະມານແຫ່ງລັດ”, ໂດຍກະຊວງການເງິນ ແລະ ທະນາຄານໂລກປະຈຳຫວຽດນາມ ເປັນປະທານກອງປະຊຸມໃນວັນທີ 20/08, ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງການເງິນ ດິງຕ໋ຽນຢຸງ ຢືນຢັນວ່າ ການປັບປຸງກົດໝາຍວ່າດ້ວຍງົບປະມານແຫ່ງລັດ ແມ່ນເນື້ອໃນສຳຄັນ ແລະ ໄດ້ຮັບບຸລິມະສິດສູງຂອງກະຊວງໃນປີ 2014 – 2015, ປະກອບສ່ວນປະຕິບັດຄາດໝາຍຍົກສູງປະສິດທິຜົນແຫ່ງການຄຸ້ມຄອງ, ຈັດແບ່ງ ແລະ ນຳໃຊ້ແຫຼ່ງການເງິນ. ກະຊວງການເງິນພວມມານະພະຍາຍາມຜັນຂະຫຍາຍໂຄງການປະຕິຮູບການເງິນສາທາລະນະໄລຍະກາງ ແລະ ໄລຍະຍາວ ເຊິ່ງໄດ້ກຳນົດໃນຍຸດທະສາດການເງິນຮອດປີ 2020. ນີ້ກໍ່ແມ່ນເນື້ອໃນທີ່ໄດ້ຮັບຄວາມສົນໃຈຈາກບັນດາຄູ່ຮ່ວມມືພັດທະນາ ແລະ ບັນດາອົງການສາກົນ. ທ່ານນາງ Victoria Kwakwa, ຜູ້ອຳນວຍການໃຫຍ່ທະນາຄານໂລກປະຈຳຫວຽດນາມ ຖືວ່າ ໜຶ່ງໃນບັນດາສິ່ງສຳຄັນທີ່ສຸດເພື່ອຫຼີກລ້ຽງສະພາບລາຍຮັບບໍ່ກາຍຂ້າມລະດັບປານກາງຢູ່ຫວຽດນາມ ແມ່ນການປະຕິຮູບລະບອບການ, ຄຸ້ມຄອງການເງິນສາທາລະນະ ເພ່ືອແນໃສ່ບັນລຸໄດ້ລັກສະນະໝັ້ນຄົງ, ແລະ ກະຈ່າງແຈ້ງກວ່າ. ຫວຽດນາມ ພວມປະຕິຮູບຂົງເຂດນີ້ຢ່າງແຮງ. ລະອຽດແມ່ນການປັບປຸງກົດໝາຍງົບປະມານແຫ່ງລັດເພື່ອເໝາະສົມກັບທຳນຽມສາກົນ. ທ່ານນາງ Victoria Kwakwa, ຢືນຢັນວ່າ ທະນາຄານໂລກຈະສືບຕໍ່ສົມທົບກັບກະຊວງການເງິນຫວຽດນາມ ໃນວິວັດການປະຕິຮູບສຳຄັນດັ່ງກ່າວ.