ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ ຈາກ​ສົງ​ຄາມ - ພື້ນ​ຖານ​ປະ​ກອບ​ສ່ວນ​ໃຫ້​ແກ່​ວິ​ວັດ​ການ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ -ອາ​ເມ​ລິ​ກາ​ເປັນ​ປົກ​ກະ​ຕິ

(VOVWORLD) -ວັນທີ 15 ກໍລະກົດ, ກອງປະຊຸມສຳມະນາ “ການພົວພັນຫວຽດນາມ - ອາເມລິກາ ແລະ ຜົນຮ້າຍຢ້ອນຫຼັງ ຈາກສົງຄາມ: 25 ປີແຫ່ງວັນສ້າງການພົວພັນເປັນປົກກະຕິ” ໄດ້ຈັດຕັ້ງຂຶ້ນ ທາງອອນລາຍຢູ່ສູນ Stimson, ນະຄອນຫຼວງ ວໍຊິງຕັນ ດີຊີ ໂດຍມີການເຂົ້າຮ່ວມຂອງ ທ່ານ ຮ່າກິມງັອກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ, ທ່ານ Patrick Leahy ສະມາຊິກສະພາສູງອາເມລິກາ…

ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ ຈາກ​ສົງ​ຄາມ - ພື້ນ​ຖານ​ປະ​ກອບ​ສ່ວນ​ໃຫ້​ແກ່​ວິ​ວັດ​ການ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ -ອາ​ເມ​ລິ​ກາ​ເປັນ​ປົກ​ກະ​ຕິ - ảnh 1

ທ່ານພັນເອກ ເລດີ່ງຫວູ, ຫົວໜ້າຫ້ອງວ່າການຄະນະຊີ້ນຳ 701 ເປັນຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ Patrick Leahy ສະມາຊິກສະພາສູງອາເມລິກາໂດຍເປັນໜຶ່ງໃນບັນດາຜູ້ທີ່ມີການປະກອບສ່ວນສຳຄັນທີ່ສຸດຂອງອາເມລິກາ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ, ທ່ານເນັ້ນໜັກວ່າ ສົງຄາມແມ່ນໄພພິບັດຕໍ່ທັງສອງປະເທດ ແລະ ຜົນຮ້າຍຂອງມັນຍັງຄົງຕົວໃນໄລຍະ 45 ປີຜ່ານມາ. ອາເມລິກາຈະບໍ່ຫຼົງລືມຕໍ່ການໜູນຊ່ວຍ, ຮ່ວມມື ແລະ ຊ່ວຍເຫຼືອຂອງຫວຽດນາມໃນການຊອກຫາທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ເພາະສະນັ້ນ, ອາເມລິກາຈະເລີ່ມປະຕິບັດໂຄງການທີ່ແກ່ຍາວເປັນເວລາ 5 ປີ, ເລີ່ມແຕ່ ປີ 2020 ເພື່ອຊ່ວຍເຫຼືອຫວຽດນາມໃນການຊອກຫາທະຫານທີ່ຫາຍສາບສູນ ແລະ ສືບຕໍ່ໜູນຊ່ວຍຄົນພິການຢູ່ຫວຽດນາມທີ່ປະສົບເຄາະຮ້າຍຈາກລູກລະເບີດ ແລະ ວັດຖຸລະເບີດ ທີ່ຍັງບໍ່ທັນແຕກຍັງຕົກຄ້າງໃນສົງຄາມ ແລະ ລ້າງທາດພິດທຳຄວາມສະອາດຢູ່ເຂດທີ່ຖືກມົນລະພິດດີໂອຊິນໃຫ້ໝົດກ້ຽງ.

        ທີ່ກອງປະຊຸມ, ທ່ານຮ່າກິມງັອກ ຖືວ່າ ສົງຄາມຮ້າຍກາດໄດ້ສ້າງຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງເບິ່ງຄືວ່າຈະແບ່ງແຍກ 2 ຊາດເຮົາໄປຕະຫຼາດການ, ແຕ່ພັດກາຍເປັນສິ່ງທີ່ເຮັດໃຫ້ຊາວຫວຽດນາມ ແລະ ຊາວອາເມລິກາມີຄວາມຜູກພັນສະໜິດແໜ້ນນຳກັນ.

ຕອບກັບ

ຂ່າວ/ບົດ​ອື່ນ