ຮ່ວມສໍາພັນບໍາລຸງສ້າງໃນຂົງເຂດວິທະຍາສາດໂມເລກຸນ ແລະ ວັດສະດຸ

(VOVWORLD) -ລາຍການຮ່ວມສໍາພັນການບໍາລຸງສ້າງໃນຂົງເຂດວິທະຍາສາດໂມເລກຸນ ແລະ ວັດສະດຸລະຫວ່າງບັນດາມະຫາວິທະຍາໄລຂອງຫວຽດນາມ ກັບ ມະຫາວິທທະຍາໄລຂອງຕ່າງປະເທດຈໍານວນໜຶ່ງ ຈະໄດ້ຮັບການຜັນຂະຫຍາຍ.

ນັບແຕ່ປີ 2019 – 2022, ລາຍການຮ່ວມສໍາພັນການບໍາລຸງສ້າງໃນຂົງເຂດວິທະຍາສາດໂມເລກຸນ ແລະ ວັດສະດຸລະຫວ່າງບັນດາມະຫາວິທະຍາໄລຂອງຫວຽດນາມ ກັບ ມະຫາວິທະຍາໄລຂອງຕ່າງປະເທດຈໍານວນໜຶ່ງ ຈະໄດ້ຮັບການຜັນຂະຫຍາຍ ໂດຍອົງການບໍລິຫານການສຶກສາ, ຟັງ - ເບິ່ງ ແລະ ວັດທະນະທໍາ (EACEA), ດ້ວຍການອຸປະຖໍາຈາກ ສະຫະພາບເອີຣົບ. ນັ້ນແມ່ນຂໍ້ມູນຂ່າວສານທີ່ໄດ້ຍົກອອກມາໃນກອງປະຊຸມສໍາມະນາເລີ່ມຜັນຂະຫຍາຍປະຕິບັດໂຄງການ MOMA (ໂຄງການກ່ຽວກັບຂົງເຂດວິທະຍາສາດໂມເລກຸນ ແລະ ວັດສະດຸ) ໂດຍ ມະຫາວິທະຍາໄລ ເກີນເທີ ຈັດຕັ້ງຂຶ້ນໃນວັນທີ 19 ກຸມພາ.

ຮ່ວມສໍາພັນບໍາລຸງສ້າງໃນຂົງເຂດວິທະຍາສາດໂມເລກຸນ ແລະ ວັດສະດຸ - ảnh 1ກອງປະຊຸມສໍາມະນາເລີ່ມຜັນຂະຫຍາຍປະຕິບັດໂຄງການ MOMA ໂດຍ ມະຫາວິທະຍາໄລ ເກີນເທີ ຈັດຕັ້ງຂຶ້ນໃນວັນທີ 19 ກຸມພາ  (ພາບ: baocantho.com.vn)

        ໂຄງການດັ່ງກ່າວ ໄດ້ເລີ່ມດໍາເນີນແຕ່ເດືອນມັງກອນ 2019 ຫາ ເດືອນມັງກອນ 2022, ດ້ວຍຍອດຄ່າໃຊ້ຈ່າຍທັງໝົດ ແມ່ນ ເກືອບ 12.000 USD. ເປົ້າໝາຍຂອງໂຄງການດັ່ງກ່າວ ແມ່ນເພື່ອເພີ່ມທະວີກໍາລັງຄວາມສາມາດໃຫ້ແກ່ຖັນແຖວພະນັກງານສິດສອນ; ຍົກລະດັບຄຸນນະພາບຂອງວັດຖຸ, ອຸປະກອນໃນຫ້ອງທົດລອງ. ຜ່ານນັ້ນ, ຊ່ວຍຍົກສູງຄຸນນະພາບ ການບໍາລຸງສ້າງໃນຂົງເຂດວິທະຍາສາດໂມເລກຸນ ແລະ ວັດສະດຸ ຢູ່ ມະຫາວິທະຍາໄລ 04 ແຫ່ງຂອງຫວຽດນາມ ຄື: ມະຫາວິທະຍາໄລ ເກີນເທີ, ມະຫາວິທະຍາໄລ ກຸຍເຍິນ; ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ແລະ ມະຫາວິທະຍາໄລ ດ່າໜັງ.

        ໂຄງການດັ່ງກວ່າ ໂດຍ ມະຫາວິທະຍາໄລ 03 ແຫ່ງຂອງ ເອີຣົບ ຮ່ວມມືກັນປະຕິບັດ.


ຕອບກັບ

ຂ່າວ/ບົດ​ອື່ນ