ຮ່ວມສຳພັນພາຍໃນກຸ່ມ SNG - ຈຸດສຸມຂອງນະໂຍບາຍການຕ່າງປະເທດ ຂອງລັດເຊຍ

ຮ່ວມສຳພັນພາຍໃນກຸ່ມ SNG - ຈຸດສຸມຂອງນະໂຍບາຍການຕ່າງປະເທດ ຂອງລັດເຊຍ - ảnh 1
ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ
Sergey Lavrov ​
ພາບ:internet


(vovworld) - ວັນ​ທີ 30/1, ຫນ້າ​ເວັບ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ​ໄດ້​ລົງ​ພິມ​ບົດ​ທີ່​ມີ​ຫົວ​ຂໍ້​ວ່າ: “​ໂລກ​ໃນ​ຍຸກ​ສະ​ໄຫມ​ແຫ່ງ​ການ​ປ່ຽນ​ແປງ: ບັນດາ​ການ​ໃຫ້​ບຸລິມະສິດ​ໃນ​ການ​ເຄື່ອນ​ໄຫວ​ຕ່າງປະ​ເທດ​ຂອງ ລັດ​ເຊຍ” ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergey Lavrov ​ໄດ້ຊີ້​ແຈງ​ວ່າ:  ທິດ​ທາງ ​ແລະ ການ​ໃຫ້ບຸລິມະສິດ​ຕົ້ນຕໍ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ລັດ​ເຊຍ ຍັງ​ຄົງ​ແມ່ນ​ປະຊາ​ຄົມ​ບັນດາ​ປະ​ເທດ​ເອກະລາດ (SNG). ຕາມທ່ານລັດຖະມົນຕີການ​ຕ່າງປະ​ເທດ  ລັດ​ເຊຍ​ແລ້ວ, ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ລັດ​ເຊຍ ​ແມ່ນ​ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ບັນດາ​ວິວັດ​ການ​ຮ່ວມ​ສຳພັນ​ໃນກຸ່ມ SNG, ຊຶ່ງ​ແມ່ນ​ແຜນ​ນະ​ໂຍບາຍ​ມີ​ຄວາມ​ສຳຄັນ​ດ້ານຍຸດ​ທະ​ສາດ ​ແລະ ສ່ອງ​ແສງ​ຢ່າງ​ພາວະ​ວິ​ໄສ​ຕໍ່ບັນດາ​ທິດ​ທາງ​ຂອງ​ວິວັດການ​ໂລກາ​ພິວັດ, ​ໃນ​ນັ້ນ ມີ​ເລື່ອງ​ປັບປຸງ​ບົດບາດ​ບັນດາ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ