ຮອງນາຍົກລັດຖະມົນຕີ Hoang Trung Hai ອອກຄຳສັ່ງປ້ານແມ່ນ້ຳ​ດ່າ ​ກໍ່ສ້າງເຂື່ອນໄຟຟ້າ

ຮອງນາຍົກລັດຖະມົນຕີ Hoang Trung Hai ອອກຄຳສັ່ງປ້ານແມ່ນ້ຳ​ດ່າ ​ກໍ່ສ້າງເຂື່ອນໄຟຟ້າ - ảnh 1
( ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai
ອອກຄຳສັ່ງປ້ານແມ່ນ້ຳດ່າກໍ່ສ້າງເຂື່ອນໄຟຟ້າ )


(vovworld) – ຕອນ​ເຊົ້າ​ວັນ​ທີ 24/4, ຢູ່​ຕາ​ແສງ​ນ້ຳ​ຮ່າງ, ​ເມືອງ​ເມື່ອ​ງ​ແຕ່, ​ແຂວງ​ລາຍ​ເຈົາ, ​ໄດ້​ຈັດ​ພິທີ​ປ້ານ​ແມ່​ນ້ຳ​ດ່າ​ ​ໄລຍະ 1 ຂອງ​ກິດຈະກຳ​ກໍ່ສ້າງ​ເຂື່ອນໄຟຟ້າ​ລາຍ​ເຈົາ. ພາຍຫຼັງ​ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ບັນດາ​ເຈົ້າ​ຂອງ​ລົງທຶນ​, ນັກ​ປະມູນກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງ​ກິດຈະກຳ ກໍ່​ຄື​ບົດ​ລາຍ​ງານ​ຂອງ​ແຂວງ​ລາຍ​ເຈົາ ກ່ຽວ​ກັບ​ການ​ຍົກຍ້າຍ​ປະຊາຊົນ​ໄປ​ຕັ້ງ​ຖີ່​ນຖານ​ຄົງ​ທີ່, ທ່ານຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຫົວໜ່ວຍ​ປະຕິບັດ​ການ​ກໍ່ສ້າງ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດຮຽນ​ຈາກ​ການ​ກໍ່ສ້າງ​ກິດຈະກຳ​​ເຂື່ອນໄຟຟ້າ​​ເຊີນ​ລາ ​ເພື່ອ​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ຕ້ານ​ນ້ຳ​ແກ່ງ​ນ້ຳ​ຖ້ວມ​ໃນ​ປີ 2012, ​ແລະ​ ເພື່ອ​ໃຫ້​ກິດຈະກຳ​ສາ​ສາດ​ສະໜອງໄຟຟ້າ​ໄດ້​ໃນ​ປີ 2016.

        ”ຂ້າ​ພະ​ຈົ້າຮຽກຮ້ອງ​ໃຫ້​ບັນດາ​ສະຫາຍ​ການ​ນຳ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ, ​ເຈົ້າ​ຂອງ​ລົງທຶນ, ນັກ​ປະມູນ​ສູ​ມ​ໃສ່​ປະຕິບັດ​​ບັນດາໜ້າ​ທີ່ດັ່ງຕໍ່​ໄປ​ນີ້, ທີ​ໜຶ່ງ​ແມ່ນ​ຮັບປະກັນ​ຕ້ານ​ນ້ຳ​ແກ່ງ​​ໃນ​ປີ 2012 ຢ່າງ​ປອດ​ໄພ. ທີ​ສອງ​ແມ່ນ​ບັນດາ​ກະຊວງ, ຂະ​ແໜງ​ການ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ລາຍ​ເຈົາ ຕ້ອງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ ແລະ​ ເບິ່ງ​ແຍງ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ທີ່​ຕ້ອງ​ຍົກຍ້າຍ​ໄປ​ຕັ້ງ​ຖີ່​ນຖານ​ຄົງ​ທີ່. ທີ​ສາມ​ແມ່ນ ບັນດາ​ຫົວໜ່ວຍ​ປະຕິບັດ​ການ​ກໍ່ສ້າງ​ຕ້ອງ​ຮັບປະກັນ​ຄວາມ​ຄືບ​ໜ້າ, ຄຸນນະພາ​ບກໍ່ສ້າງ​ບັນດາ​ກິດຈະກຳ​ຍ່ອຍ”.

ຂ່າວ/ບົດ​ອື່ນ