ຮອງນາຍົກລັດຖະມົນຕີ Nguyen Thien Nhan ເຮັດວຽກຢູ່ແຂວງ ກາວບັ່ງ

ຮອງນາຍົກລັດຖະມົນຕີ Nguyen Thien Nhan ເຮັດວຽກຢູ່ແຂວງ ກາວບັ່ງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​້​ເຮັດ​ວຽກ​ຢູ່ ​ແຂວງ​ກາວ​ບັ່ງ
(ພາບ: chinhphu.vn)

(vovworld) - ວັນ​ທີ 5/4, ຄະນະ​ປະຕິບັດ​ງານ​ລັດຖະບານ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ນຳ​ໜ້າ​ໄດ້​ເຮັດ​ວຽກ​ຢູ່ 2 ​ເມືອງ ຮ່າ​ກວາງ ​ແລະ ທົ່ງນົງ ​ແຂວງ​ກາວ​ບັ່ງ ກ່ຽວ​ກັບ​ວຽກ​ງານ​ຜັນ​ຂະຫຍາຍ​​ໂຄງການ​ນຳ​ປັນຍາ​ຊົນ​ໜຸ່ມ 600 ຄົນ ​ໄປ​ເຮັດ​ໜ້າ​ທີ່​ເປັນ​ຮອງ​ປະທານ​ຕາ​ແສງ ຢູ່ 62 ​ເມືອງ​ປະສົບກັບ​ຄວາມ​ຫຍູ້​ງຍາກ. ຕາມ​ການ​ຕີ​ລາຄາ​ລວມ​ແລ້ວ, ພາຍຫຼັງ 1 ​ເດືອນ​ທີ່​ໄດ້​ຮັບ​ໜ້າ​ທີ່, ບັນດາ​ປັນຍາ​ຊົນ​ໜຸ່ມ​ລ້ວນ​ແຕ່​ສະ​ແດງ​ໃຫ​້​ເຫັນ​ຄວາມ​ຂະຫຍັນ​ຂັນ​​ເຄື່ອນ, ສຸດ​ຈິດ​ສຸດ​ໃຈ, ມີ​ຄວາມ​ຮັບຜິດຊອບ​ກັບ​ວຽກ​ງານ ກຳ​ໄດ້​ແນວ​ຄິດ​ຈິດ​ໃຈ, ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ ຈາກ​ນັ້ນ​ຈະ​ມີ​ບັນດາ​ຂໍ້​ສະ​ເໜີ​ທີ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ ພັດທະນາ​ເສດຖະກິດ - ສັງຄົມ​ຢູ່​ທ້ອງ​ຖີ່​ນ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ສະ​ເໜີ​ໃຫ້​ບັນດາ​ປັນຍາ​ຊົນ​ໜຸ່ມ​ຄວນ​ຮ່ຳຮຽນ​ເອົາ​ບົດຮຽນ, ມີ​ຄວາມ​​ໃກ້​ສິດ ​ແລະ ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະຊາຊົນ​ຫຼາຍ​ກ່ວາ, ​ເພື່ອ​ເປັນ​ເສ​ນາ​ທິການ​ໃຫ້​ຄະນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ, ບັນດາ​ນະ​ໂຍບາຍ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ ທີ່​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ຊີ້​ແຈ້ງວ່າ:

“ທົ່ວ​ປະ​ເທດ​ມີ​ທັງ​ໝົດ 11.000 ກ່ວາຕາ​​ແສງ, ​ແຕ່​​ໃນ​ຄັ້ງ​ນີ້​ພຽງ​ແຕ່​ລະດົມ​ປັນຍາ​ຊົນ​ໜຸ່ມ​ໄປ​ຮັບ​ໜ້າ​ທີ່​ເປັນ​ຮອງ​ປະທານ​ຂອງ 600 ຕາ​​ແສງ​ທີ່​ທຸກ​ຍາກ​ເທົ່າ​ນັ້ນ, ດັ່ງ​ນັ້ນ, ​ໄລຍະ​ປະຕິບັດ​ທົດ​ລອງ​ມີ​ຄວາມ​ສຳຄັນ​ທີ່​ສຸຸດ ​ເພາະວ່າ: ນີ້​ແມ່ນ​ວຽກ​ງານ​ທີ່​ຍັງ​ບໍ່​ທັນ​ເຮັດ​ຈັກ​ເທື່ອ ​ແລະ ຖ້າ​ຫາກ​ປະຕິບັດ​ໄດ້​ດີ ນີ້​ຈະ​ແມ່ນ​ໂອກາດ ​ເພື່ອ​ໃຫ້​ພວກ​ເຮົາ​ມີ​ເງື່ອນ​ໄຂ​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ​ຕາ​ແສງ ​ໃນ​ອາຍຸ​ການ​ນີ້, ​ແລະ ນີ້​ກໍ່​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ທັງ​ລະບົບ​ການ​ເມືອງ”

 

ຂ່າວ/ບົດ​ອື່ນ