ຮອງນາຍົກລັດຖະມົນຕີ Nguyen Thien Nhan ໄປຢ້ຽມຢາມສະວິດ

ຮອງນາຍົກລັດຖະມົນຕີ Nguyen Thien Nhan ໄປຢ້ຽມຢາມສະວິດ - ảnh 1
ການເຄື່ອນໄຫວຂອງທ່ານ​ຮອງ​ນາຍົກລັດຖະມົນຕີ
Nguyen Thien Nhan ຢູ່ສະວິດ
(ພາບ: nguyenthiennhan.net )

(vovworld) - ວັນ​ທີ 29/8, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ນຳ​ໜ້າ ​ໄດ້​ມີ​ການ​ເຮ​ັດ​ມື້​ທຳ​ອິດຢູ່​ສະ​ວິດ ​ໃນ​ການ​ຢ້ຽມຢາມ​ບັນດາປະ​ເທດ​ເອີ​ລົບ​ກາງ ​ໃນ​ເວລາ 5 ວັນ. ກ່າວ​ຄຳ​ເຫັນ​ກັບ​ຜູ້ຕາງໜ້າວິ​ສາ​ຫະກິດ​ສະ​ວິດ 43 ​ແຫ່ງ​ທີ່​ໄດ້ ​ແລະ ກຳລັງ​ກະກຽມ​ລົງທຶນ​ເຂົ້າ​ຫວຽດນາມ ຢູ່​ຫ້ອງການ​ການ​ຄ້າ​ສະ​ວິດ - ອາຊີ (SACC) ທີ່ນະຄອນ Zurich, ທ່ານຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໃຫ້​ຮູ້​ວ່າ ຍາມ​ໃດລັດຖະບານ​ຫວຽດນາມ ກໍ່​ສ້າງ​ເງື່ອນ​​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສະ​ວິດ ລົງທຶນ, ດຳ​ເນີນ​ທຸ​ລິ​ກິດ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ຫວຽດນາມ, ກໍ​ຄື​ພ້ອມ​ແລ້ວ​ທີ່​ຈະຮັບ​ຟັງຄຳ​ເຫັນ​ຈາກ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ສະ​ວິດ​ເວົ້າ​ສະ​ເພາະ ​ເພື່ອ​ຮັບ​ເອົາ​ປັບປຸງສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ​ແລະ ລົງທຶນ​ຢູ່​ຫວຽດນາມ ກວ່າ​ອີກ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ຫວັງ​ວ່າ​ SACC ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ກວ່າ​ອີກ, ສ້າງ​ທຸກ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ​ພົບ​ປະ, ​ແລກປ່ຽນ​ຂໍ້​ມູນ, ຈັດ​ການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ແນ​ໃສ່​ຊອກ​ຮູ້​ຕະຫຼາດ, ​ເຊື່ອມ​ຕໍ່​ການ​ຮ່ວມ​ມື… ປະກອບສ່ວນ​ຊຸກຍູ້​ບັນດາ​ຜົນງານ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ