ຮອງນາຍົກລັດຖະມົນຕີ Nguyen Xuan Phuc ສິ້ນສຸດການຢ້ຽມຢາມກຳປູເຈຍ

ຮອງນາຍົກລັດຖະມົນຕີ Nguyen Xuan Phuc ສິ້ນສຸດການຢ້ຽມຢາມກຳປູເຈຍ - ảnh 1

ທ່ານ Nguyen Xuan Phuc ​ເຂົ້າຢ້ຽມ​ຂ່ຳນັບການ​ນຳ​ກຳປູ​ເຈຍ

(ພາບ:vov.vn)

( vovworld ) – ​ຕອນ​ບ່າຍວັນ​ທີ 16/8, ​ທ່ານຮອງນາຍົກລັດຖະມົນຕີ​ Nguyen Xuan Phuc ​ ​ແລະ ຄະນະ​ຜູ້​ແທນ​ລັດຖະບານຫວຽດນາມ ​ໄດ້ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ກຳປູ​ເຈຍ ​ເປັນ​ເວລາ 3 ວັນ​ຢ່າງ​ຈົບງາມ. ກ່ອນ​ໜ້ານັ້ນ, ​ໃນ​ການ​ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ​ Nguyen Xuan Phuc ​ໃນ​ຕອນ​ເຊົ້າຂອງ​ວັນ​ທີ 16/8, ບັນດາ​ການ​ນຳ​ກຳປູ​ເຈຍ ​ລ້ວນ​ແຕ່​ເນັ້ນໜັກ​ວ່າ: ຍາມ​ໃດ​ກຳປູ​ເຈຍ ​ກໍ່​ຖື​​ຫວຽດນາມ ​“ແມ່ນ​ປະ​ເທດ​ບ້າ​ນໃກ້​ເຮືອນ​ຄຽງ​ທີ່​ດີ, ​​ແມ່ນ​ເພື່ອນ​ມິດ, ອ້າຍ​ນ້ອງ​ທີ່​ດີ ​ແລະ ຄູ່​ຮ່ວມ​ມື​ທີ່​ດີ“. ການ​ນຳ​ກຳປູ​ເຈຍ ​ໄດ້ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊີ່ງ​ຕໍ່​ການ​ຊ່ວຍ​ເຫຼືອ​ອັນ​ໃຫ່ຍຫຼວງ, ລ້ຳຄ່າ, ທັນ​ການ​ຂອງ​ພັກ, ລັດຖະບານ, ທະຫານ​ອາສາ​ສະ​ໝັກ ​ແລະ ປະຊາຊົນ​ຫວຽດນາມ ທີ່​ໄດ້ສະຫງວນ​ໃຫ້​ແກ່​ກຳປູ​ເຈຍ​ ໃນ​ພາລະກິດ​ຕໍ່​ສູ້ລົບ​ລ້າງ​ລະບອບ​ດັບ​ສູນ​ເຊື້ອ​ຊາດ​ Pol Pot​ ໃນ​ເມື່ອ​ກ່ອນ ກໍ່​ຄື​ໃນ​ພາລະກິດ​ຟື້ນ​ຟູ, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ກຳ​ປູ​ເຈຍ​ ໃນ​ປະຈຸ​ບັນ. ຕາງໜ້າ​ໃຫ້ການ​ນຳ​ກຳປູ​ເຈຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດກຳປູ​ເຈຍ Heng Somrin ​ເວົ້າວ່າ:

   “ຂ້າພະ​ເຈົ້າມີ​ຄວາມ​ພາກພູມ​ໃຈ ​ແລະ ​ເອກອ້າງ​ທະ​ນົງ​ໃຈ​ຕໍ່ການ​ພົວພັນ​ຮ່ວມ​ມື​ທີ່ເປັນ​ມູນ​ເຊື້ອ, ໝັ້ນຄົງ ​ແລະ ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ​ໃນ​ທຸກ​ຂົງ​ເຂດ, ​ເພື່ອ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ວັດ​ທະນະ​ຖາວອນ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ພວກ​ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​​ເຄົາລົບ ​ແລະ ຊົມ​ເຊີຍບັນດາ​ຜົນງານ​ອັນ​ໃຫ່ຍຫຼວງ​ຂອງ​ຫວຽດນາມ ​ໃນ​ການຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​​ໃຫ້​​ແກ່ປະຊາຊົນ, ການ​ປ້ອງ​ກັນຊາ​ດ, ພັດທະນາ​ປະ​ເທດ​ຊາດ, ຍົກ​ສູງ​ອິດ​ທິພົນ​ຊື່​ສຽງ​ຂອງຫວຽດນາມ ບົນ​ເວທີ​ສາກົນ.

 

ຂ່າວ/ບົດ​ອື່ນ