ຮອງນາຍົກລັດຖະມົນຕີ NguyenThien Nhan ພົບປະກັບຜູ້ມີສິດເລືອກ ຕັ້ງແຂວງ ບັກຢາງ

ຮອງນາຍົກລັດຖະມົນຕີ NguyenThien Nhan ພົບປະກັບຜູ້ມີສິດເລືອກ ຕັ້ງແຂວງ ບັກຢາງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ລົງ​ກວດກາ​ການ​ກໍ່ສ້າງ​ຂົວ ດົງ​ຊວຽນ
(ພາບ: VGP/Tu Luong)

(vovworld) - ວັນ​ທີ 29/6, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ພ້ອມ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​​ແຂວງ ບັກ​ຢາງ ​ໄດ້​ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ 6 ຕາ​ແສງ​ທີ່​ຂຶ້ນ​ກັບ​ເມືອງ ຮຽບຮ່ວາ, ​ແຂວງ ບັກ​ຢາງ, ​ເພື່ອລາຍ​ງານ​ກ່ຽວ​ກັບ​ໝາກຜົນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ພາຍຫຼັງ​ຕອບ​ບັນ​ດາ​ຄຳ​ຖາມ ​ແລະ ຮັບ​ຟັງ​ຂໍ​້ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ສະ​ເໜີ​​ແຂວງ ບັກ​ຢາງ​ສ້າງ​ຕັ້ງ​ດ່ານກວດກາ​ໂດຍ​ໄວ ​ເພື່ອ​​ແນ​ໃສ່​ສະກັດ​ກັ້ນ​ສະພາບ​ການ​ຂົນ​ສົ່ງ​ຜະລິດ​ຕະພັນ​ສັດລ້ຽງ, ສັດ​ປີກ, ປ້ອງ​ກັນ​ສະກັດ​ກັ້ນ​ສະພາບ​ການ​ໂລກລະບາດ.

​ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ລົງ​ກວດກາ​ການ​ກໍ່ສ້າງ​ຂົວ ດົງ​ຊວຽນ, ທາງ​ຂຶ້ນ​ຂົວ ​ແລະ ​ເຮັດ​ວຽກກັບ​ຄະນະ​ຄຸ້ມ​ຄອງ​ໂຄງການ, ຢູ່ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ສືບ​ຕໍ່​ປະຕິບັດ​ວຽກ​ງານ​ບຸກ​ເບີກ​ໜ້າ​ພຽງ, ກະກຽ​ມທຶນ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ປະມູນ​ປະຕິບັດ​ການ​ກໍ່ສ້າງ​ຕາມ​ແຜນການ​ທີ່​ໄດ້​ອອກ.

ຂ່າວ/ບົດ​ອື່ນ