ຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ຊີ້ນຳວຽກງານຮັບມືກັບພະຍຸ Doksuri

(VOVWORLD) - ຕອນບ່າຍວັນທີ 14 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ພ້ອມດ້ວຍຄະນະປະຕິບັດງານໄດ້ໄປແຂວງ ກວາງບີງ, ຊີ້ນຳໂດຍກົງການປ້ອງກັນຕ້ານພະຍຸ Doksuri. 
ຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ຊີ້ນຳວຽກງານຮັບມືກັບພະຍຸ Doksuri - ảnh 1 ທ່ານ ຈິ້ງດີງຢຸງ ພ້ອມດ້ວຍຄະນະປະຕິບັດງານ ຊີ້ນຳໂດຍກົງການປ້ອງກັນຕ້ານພະຍຸ Doksuri (ພາບ: VGP)

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ຮຽກຮ້ອງການນຳແຂວງ ກວາງບີງ ມີບັນດາວິທີການຢ່າງລະອຽດ, ປະຕິບັດຄຳຊີ້ນຳຂອງນາຍົກລັດຖະມົນຕີຢ່າງເຂັ້ມງວດ, ກ່ອນອື່ນໝົດ ຕ້ອງສຸມໃສ່ຮັບປະກັນຄວາມປອດໄພໃຫ້ບັນດາການເຄື່ອນໄວບົນທະເລ, ແນະນຳບັນດາຍານພາຫະນະ, ກ່ຳປັ່ນ, ເຮືອ ທີ່ຍັງເຄື່ອນໄຫວຢູ່ທະເລ ກັບຄືນເຂດດິນຕໍ່ແຜ່ນ, ອອກຈາກເຂດອັນຕະລາຍ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ກໍ່ຊີ້ແຈ້ງວ່າ:

        “ບັນດາກິດຈະກຳກໍ່ສ້າງ, ໂຮງໝໍ, ໂຮງຮຽນ, ສຸກສາລາ, ສຳນັກງານບັນດາອົງການ…ຕ້ອງປ້ອງກັນຄືນໃໝ່ ເພື່ອຫລີກລ້ຽງບໍ່ໃຫ້ຫລັງຄາຖືກພັດໄປ. ນັ້ນກໍ່ແມ່ນສະຖານທີ່ ເພື່ອໃຫ້ປະຊາຊົນອາໄສຢູ່ຊົ່ວຄາວ. ພວກເຮົາກໍ່ຕ້ອງເອົາໃຈໃສ່ເຖິງບັນດາກິດຈະກຳໄຟຟ້າ, ເສົາສົ່ງສັນຍານ. ບັນດາກິດຈະກຳຄົມມະນາຄົມຕ້ອງຮັບປະກັນຄວາມປອດໄພ, ພິເສດແມ່ນຈຳກັດການຈະລາຈອນຕິດຂັດ. ”

        ແລະກໍ່ໃນຕອນບ່າຍວັນທີ 14 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ກໍ່ໄດ້ໄປກວດກາວຽກງານປ້ອງກັນຕ້ານພະຍຸ Doksuri ຢູ່ແຂວງ ເງະອານ./.

ຕອບກັບ

ຂ່າວ/ບົດ​ອື່ນ