ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ພົບປະກັບ ລັດຖະມົນຕີການຕ່າງປະເທດຈີນ

ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ພົບປະກັບ ລັດຖະມົນຕີການຕ່າງປະເທດຈີນ - ảnh 1
(ທ່ານ​ຮອງ​ນາຍ​ົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ
​ພົບ​ປະກັນ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ອ໋ວາງ​ອີ)


(vovworld) –  ​ວັນ​ທີ 08/08, ຢູ່ Nay Pyi Taw, ປະ​ເທດ​ມຽນມາ, ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງ​ທີ 47 (AMM 47) ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ້ຽວ​ຂ້ອງ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ​ໄດ້​ມີ​ການ​ພົບ​ປະກັນ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ອ໋ວາງ​ອີ. ທ່ານ​ຮອງ​ນາຍ​ົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​​ແບ່ງປັນຄວາມ​ເສົ້າ​ສະ​ລົດ​ໃຈ​ຕໍ່​ຄວາມ​ເສຍ​ຫາຍ​ຂອງ​ປະຊາຊົນ​ຈີນ ຍ້ອ​ມ​ເຫດ​ແຜ່ນດິນ​ໄຫວ​ຢູ່​ແຂວງ ​ຢິນ​ໜານ. ທ່ານ​ຮອງ​ນາຍ​ົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ ຍາມ​ໃດ​ຫວຽດນາມ​ກໍ່​ຖື​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັນ​ຈີນ​ເປັນ​ສຳຄັນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ຄືນ​ຫຼັກ​ໝັ້ນ​ຂອງ​ຫວຽດນາມ ຕໍ່​ບັນຫາ​ທະ​ເລ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຖື​ວ່າ ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ປະ​ຈຸ​ບັນ​ແມ່ນ 2 ຝ່າຍ​ຕ້ອງ​ພ້ອມ​ກັນ​ມານະ​ພະຍາຍາມ​ຮັກສາສັນຕິພາບ, ​ສະຖຽນ​ລະ​ພາບ, ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ ຕໍ່ໜ້າ​ສະພາບ​ສັບສົນ, ​ເຄັ່ງ​ຕຶ່ງ​ຢູ່​ທະ​ເລ​ຕາ​ເວັນ​ອອກຄື​ປະຈຸ​ບັນ ​ໄດ້​ຊີ້​ໃຫ້​ເຫັນ​ຄວາມ​ຈຳ​ເປັນ​ຕ້ອງ​ປະຕິບັດ DOC ຢ່າງ​ເຂັ້ມ​ງວດ ​ແລະ ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ສະ​ເໜີ​ໃຫ້​ຝ່າຍ​ຈີນ ຕັ້ງໜ້າ​ຊຸກຍູ້​ການ​ເຈລະຈາ COC ​ເພື່ອ​ບັນລຸ​ໄດ້​ໝາກຜົນ​ແທດ​ຈິ່ງ​ໂດຍ​ໄວ, ຢືນຢັນ​ຍາມ​ໃດ ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ, ​ເຂົ້າ​ຮ່ວມ​ບົນ​ຈິດ​ໃຈ​ສ້າງສາ ​ແລະ ຈະ​ເຮັດ​ຈົດ​ສຸກ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຊຸກຍູ້, ​ເພີ່ມ​ທະວີ​ຄວາມ​ເຂົ້ນອົກ​ເຂົ້າ​ໃຈ​ລະຫວ່າງ​ອາ​ຊຽນ - ຈີນ.

        ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ອ໋ວາງ​ອີ ​ໄດ້​ຂອບ​ໃຈ​ລັດຖະບານ​ຫວຽດນາມ ທີ່​ໄດ້​ສົ່ງ​ໂທລະ​ເລກ​ຢື້​ຢາມ​ຖາມ​ຂ່າວ​ເຖິງ​ປະຊາ​ຊົນຢູ່​​ເຂດເກີດ​ເຫດ​ແຜ່ນດິນ​ໄຫວ​ ແລະ ສະ​ແດງ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື, ພ້ອມ​ກັບ​ພັດທະນາ, ​ແກ້​ໄຂ​ບັນດາ​ບັນຫາ​ຫຍຸ້ງຍາກ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຢ່າງ​ສົມ​ເຫດ​ສົມ​ພົນ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ