(vovworld) – ໃນຂອບເຂດກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ (AMM Retreat), ຕອນຄໍ່າວັນທີ 27/01, ທ່ານລັດຖະມົນຕີວ່າການກະຊວງຕ່າງປະເທດມາເລເຊຍ Anifah Aman ໄດ້ຈັດງານລ້ຽງຕ້ອນຮັບບັນດາຄູ່ຮ່ວມຕຳແໜ່ງອາຊຽນ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມ AMM Retreat. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມເຫດການດັ່ງກ່າວ. ບັນດາລັດຖະມົນຕີວ່າການກະຊວງການຕ່າງປະເທດອາຊຽນ ໄດ້ປຶກສາຫາລືບໍ່ເປັນທາງການໃນເວລາເຂົ້າຮ່ວມງານລ້ຽງ. ຫຼັງຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມີການພົບປະ 2 ຝ່າຍກັບລັດຖະມົນຕີວ່າການກະຊວງການຕ່າງປະເທດຟິລິບປີນ.
ຕາມແຜນການ, ກອງປະຊຸມທາງການຂອງບັນດາລັດຖະມົນຕີວ່າການກະຊວງການຕ່າງປະເທດອາຊຽນ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 28/01, ຢູ່ມາເລເຊຍ.