ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ລັດ​ຖະ​ມົ​ນ​ຕ​ີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໃຫ​້​ການ​ຕ້ອນ​ຮັບ​ລາ​ຊະ​ທິ​ດາ ຊູ​ແອດ

(VOVWORLD) -ທ່ານຮອງນາຍົດລັດຖະມົນຕີໄດ້ສະແດງຄວາມເຊື່ອໝັ້ນວ່າ ຄະນະວິສາຫະກິດ ຊູແອດທີ່ໄປນຳ ລາຊະທິດາໃນຄັ້ງນີ້ຈະລົງນາມໄດ້ຂໍ້ຕົກລົງ, ສັນຍາການຮ່ວມມືຫຼາຍສະບັບກັບຄູ່ຮ່ວມມື ຫວຽດນາມ, ປະກອບສ່ວນຊຸກຍູ້ການຄ້າ - ການລົງທຶນສອງຝ່າຍ
ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ລັດ​ຖະ​ມົ​ນ​ຕ​ີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໃຫ​້​ການ​ຕ້ອນ​ຮັບ​ລາ​ຊະ​ທິ​ດາ ຊູ​ແອດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ແລະ ລາຊະທິດາ Victoria Ingrid Alice Desiree ຊູແອດ (ພາບ:ຕວນແອັງ/Thế giới&Việt Nam)

ຕອນເຊົ້າວັນທີ 7 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບ ລາຊະທິດາ Victoria Ingrid Alice Desiree ຂອງ  ຊູແອດ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການໃນລະຫວ່າງ ວັນທີ 6 – 8 ພຶດສະພາ, ທີ່ການພົບປະ, ລາຊະທິດາ Victoria Ingrid Alice Desiree ໃຫ້ຮູ້ວ່າ ນີ້ເປັນຄັ້ງທຳອິດທີ່ມີວິສາຫະກິດຫຼາຍແຫ່ງເຂົ້າຮ່ວມນຳ. ສອງຝ່າຍໄດ້ແລກປ່ຽນ, ຮັບຟັງຄວາມຄິດເຫັນ ຂອງວິສາຫະກິດເພື່ອພ້ອມກັນຊຸກຍູ້ການພົວພັນດ້ານການຄ້າ, ການລົງທຶນ, ການສຶກສາ, ໂທລະຄົມມະນາຄົມ, ຕົວເມືອງອັດສະລິຍະ… ທ່ານຮອງນາຍົດລັດຖະມົນຕີໄດ້ສະແດງຄວາມເຊື່ອໝັ້ນວ່າ ຄະນະວິສາຫະກິດ ຊູແອດທີ່ໄປນຳ ລາຊະທິດາໃນຄັ້ງນີ້ຈະລົງນາມໄດ້ຂໍ້ຕົກລົງ, ສັນຍາການຮ່ວມມືຫຼາຍສະບັບກັບຄູ່ຮ່ວມມື ຫວຽດນາມ, ປະກອບສ່ວນຊຸກຍູ້ການຄ້າ - ການລົງທຶນສອງຝ່າຍ.

        ແລະ ກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ ກອງປະຊຸມສຸດຍອດທຸລະກິດ: ຄູ່ຮ່ວມມືເພື່ອການພັດທະນາແບບຍືນຍົງ ແລະ ການປ່ຽນແປງໃໝ່ປະດິດສ້າງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໃຫ້ຮູ້ວ່າ ຫວຽດນາມ ພວມປັບປຸງລະບົບກົດໝາຍ, ສະຖຽນລະພາບ, ຈະແຈ້ງກວ່າອີກຜ່ານແຕ່ລະບາດກ້າວ, ເພື່ອກາຍເປັນຈຸດນັດພົບດຶງດູດໄດ້ນັກລົງທຶນຫຼາຍຄົນໃນທົ່ວປະເທດ ເວົ້າລວມ ກໍ່ຄືມາຈາກສະຫະພາບເອີລົບ ແລະ ຊູແອດເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ