ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບ ເອກອັກຄະລັດຖະທູດ ແອັດສະປາຍ

(VOVWORLD) -ຕອນບ່າຍວັນທີ 15 ພຶດສະພາ, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິນ ໄດ້ໃຫ້ການຕ້ອນຮັບທ່ານນາງ Maria Jesus ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ລາຊະນະອາຈັກ ແອັດສະປາຍປະຈຳຫວຽດນາມ.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບ ເອກອັກຄະລັດຖະທູດ ແອັດສະປາຍ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິງມິນຕ້ອນຮັບທ່ານນາງ Maria Jesus ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ລາຊະນະອາຈັກ ແອັດສະປາຍ

(ພາບ: VOV)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິງມິນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ໃນອາຍຸການນີ້, ທ່ານນາງ ເອກອັກຄະລັດຖະທູດ ຈະປະກອບສ່ວນຢ່າງຕັ້ງໜ້າ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການຂອງຫວຽດນາມ ເພື່ອຜັນຂະຫຍາຍການຮ່ວມມືລະຫວ່າງຫວຽດນາມ ແລະ ແອັດສະປາຍ ກໍຄື ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະ ອີຢູ ຢ່າງແຮງ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ລັດຖະບານ ແອັດສະປາຍ ແລະ ທ່ານນາງ Maria Jesus ເອກອັກຄະລັດຖະທູດເອງ ຈະເພີ່ມທະວີບັນດາມາດຕະການຊຸກຍູ້ດ້ານການຄ້າ - ການລົງທຶນ, ສົ່ງເສີມ ແລະ ສະໜັບສະໜູນວິສາຫະກິດ ແອັດສະປາຍເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ. ກະຊວງການຕ່າງປະເທດ ແລະ ບັນດາກະຊວງ, ຂະແໜງການຂອງຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ ທ່ານນາງເອກອັກຄະລັດຖະທູດ ປະຕິບັດສຳເລັດໜ້າທີ່ຂອງຕົນ ເປັນຢ່າງດີ.

        ສ່ວນທ່ານນາງ ເອກອັກຄະລັດຖະທູດ Maria Jesus ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມຊຸກຍູ້ເຮັດໃຫ້ການຮ່ວມມືລະຫວ່າງຫວຽດນາມ ແລະ ແອັດສະປາຍ ເລິກເຊິ່ງກວ່າອີກ. ທ່ານນາງ ເອກອັກຄະລັດຖະທູດ Maria Jesus ຢັ້ງຢືນວ່າ ແອັດສະປາຍ ຈະຕັ້ງໜ້າຊຸກຍູ້ຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ ແລະ ສະຫະພາບ ເອີຣົບ ( PCA), ຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍະບັນ ສັນຍາການຄ້າເສລີລະຫວ່າງຫວຽດນາມ - ອີຢູ ( EVFTA) ຢ່າງເປັນທາງການ ເພື່ອແນໃສ່ເປີດແງ່ຫວັງໃໝ່ໃນການຮ່ວມມືດ້ານການຄ້າ - ການລົງທຶນ ລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ