ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະເຈລະຈາກັບ ປະທານສາພາແຫ່ງຊາດ ສ.ເກົາຫຼີ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະເຈລະຈາກັບ ປະທານສາພາແຫ່ງຊາດ ສ.ເກົາຫຼີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ແລະ
​ທ່ານ​ປະທານ​ສາ​ພາ​ແຫ່ງ​ຊາດ ສ.​ເກົາຫຼີ Cang Chang Hi
(ພາບ: VGP)


(vovworld) - ​ໃນ​ຂອບ​ເຂດ​ການ​​ເຄື່ອນ​ໄຫວຢ້ຽມຢາມ ສ.​ເກົາຫຼີ ຢ່າງ​ເປັນ​ທາງ​ການ,​ ວັນ​ທີ 21/1, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ​ ​ໄດ້ພົບ​ປະ​​ເຈລະຈາກັບ​ທ່ານ​ປະທານ​ສາ​ພາ​ແຫ່ງ​ຊາດ ສ.​ເກົາຫຼີ Cang Chang Hi. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ສະ​ເໜີ​ໃຫ້​ທ່ານ​ປະທານ​ສາ​ພາ​ແຫ່ງ​ຊາດ ສ.​ເກົາຫຼີ, ສະພາ​ແຫ່ງ​ຊາດ ​ແລະ ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ ສ.​ເກົາຫຼີ ສືບ​ຕໍ່​ສະໜັບສະໜູນ ​ແລະ ໜູນຊ່ວຍ​ການ​ພັດທະນາ​ຂອງ​ການ​ພົວພັນສອງຝ່າ​ຍ, ພິ​ເສດ​ແມ່ນ​ສ້າງ​ເງື່ອນ​ໄຂ​ເພື່ອ​​ໃຫ້ບັນດາ​ອົງການກ່ຽວຂ້ອງ​ຂອງສອງ​ປະ​ເທດ​ຜັນ​ຂະຫຍາຍ​ບັນດາ​ຂໍ້ຕົກ​ລົງໃນ​ການ​ຮ່ວມ​ມື​ທີ່​ບັນລຸ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ; ສືບ​ຕໍ່​ເອົາ​ໃຈ​ໃສ່, ໜູນຊ່ວຍ​ປະຊາຄົມ​ຊາວ​ຫວຽດນາມ ຢູ່ ສ.​ເກົາຫຼີ, ພິ​ເສດ​ແມ່ນ​ຜູ້ຍິງ ຫວຽດນາມ ທີ່ສົມລົດ​ກັບ​ຄົນ ສ.​ເກົາຫຼີ ​ເພື່ອ​ໃຫ້​ເຂົ​າ​ເຈົ້າ​​ເຊື່ອມ​ຍົງ​ດີກ​ວ່າອີກ ​ແລະ ມີ​ຊິວິດ​​ເປັນ​ປົກກະຕິ​ຢູ່ ສ.​ເກົາຫຼີ. ​ທ່ານ​ປະທານ​ສາ​ພາ​ແຫ່ງ​ຊາດ ສ.​ເກົາຫຼີ Cang Chang Hi ຢືນຢັນ​ວ່າ​ສະພາ​ແຫ່ງ​ຊາດ ສ.​ເກົາຫຼີ ຈະ​ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ເພື່ອ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ສ.​ເກົາຫຼີ ​ໃຫ້ພັດທະນາ​ເລີກ​ເຊີ່ງ​ກວ່າ​ອີກຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ມີ​ບັນດາ​ວິທີການ​ຢ່າງ​ແທດ​ຈິງ​ເພື່ອໜູນຊ່ວຍ​ປະຊາຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ.

ຂ່າວ/ບົດ​ອື່ນ