(vovworld) - ໃນຂອບເຂດການໄປປະຕິບັດງານຢູ່ໄຕຫງວຽນ, ຕອນຄໍ່າວັນທີ 17 ກັນຍາ, ຄະນະປະຕິບັດງານຂອງລັດຖະບານ, ໂດຍທ່ານກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າ, ໄດ້ໄປຢ້ຽມຢາມພະນັກງານ, ພາລະກອນ ວິທະຍຸກະຈາຍສຽງຫວຽດນາມ (VOV) ປະຈຳເຂດໄຕຫງວຽນ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ VOV ປະຈຳເຂດໄຕຫງວຽນ ທັງເຮັດວຽກງານໂຄສະນາຂ່າວສານຢູ່ພາຍໃນ ແລະ ຕ່າງປະເທດ, ທັງເຮັດລາຍການກະຈາຍສຽງດ້ວຍ 6 ພາສາຊົນເຜົ່າສ່ວນໜ້ອຍຢູ່ໃນເຂດຄື ຢາຣາຍ, ບານາ, ເອເດ, ເກີຮໍ, ເມືນົງ, ເຊດັງ, ສະນັ້ນ ພະນັກງານ, ພາລະກອນທັງໝົດຕ້ອງມີສະຕິກ່ຽວກັບບົດບາດ, ຄວາມຮັບຜິດຊອບຂອງຕົນກວ່າອີກ.
“ເຂດໄຕງວຽນ ລວມມີ 5 ແຂວງ, ດ້ວຍທີ່ຕັ້ງດ້ານພູມສາດການເມືອງທີ່ສຳຄັນ, ເຂດຊາວຊົນເຜົ່າອ້າຍນ້ອງ, ແມ່ນແຫ່ງທີ່ວາງອອກຫຼາຍບັນຫາ ບໍ່ພຽງແຕ່ການສ້າງເສດຖະກິດເທົ່ານັ້ນ ຫາກຍັງບັນຫາປ້ອງກັນຊາດ, ປ້ອງກັນຄວາມສະຫງົບອີກດ້ວຍ. ໃນສະພາບຄືແນວນັ້ນ, ບັນດາສະຫາຍໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ມີການປະກອບສ່ວນຫຼາຍຢ່າງ ເພື່ອໃຫ້ປະຊາຊົນໃນທົ່ວປະເທດ ແລະ ສາກົນມີຄວາມເຂົ້າໃຈກ່ຽວກັບເຂດດິນທີ່ເປັນມູນເຊື້ອ, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄືເຂດໄຕຫງວຽນ ຂອງພວກເຮົາ”.