ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກຢູ້ ເງັ້ະອານ
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ
ພິທີຕັດແຖບຜ້າເປີດສະຫຼອງຂົວຂ້າມເສັ້ນທາງລົດໄຟເໜືອ - ໃຕ້
(ພາບ: thethaovanhoa.vn)
(vovworld) – ໃນລາຍການເຮັດວຽກຢູ່ເງັ້ະອານ, ຕອນເຊົ້າວັນທີ 04/09, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີຕັດແຖບຜ້າເປີດສະຫຼອງຂົວຂ້າມເສັ້ນທາງລົດໄຟເໜືອ - ໃຕ້ ກັບທາງຫຼວງ 46 ແລະ ຖະຫວາຍດອກໄມ້, ທູບທຽນອາໄລຫາປະທານໂຮ່ຈິມິນ ຢູ່ເຂດປູຊະນີຍະສະຖານກິມລຽນ.
ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ອວຍພອນແຂວງເງັ້ະອານ ແລະ Cienco 4 ໄດ້ກໍ່ສ້າງສຳເລັດຂົວຂ້າມທາງລົດໄຟເໜືອ - ໃຕ້ ທີ່ມີຄວາມໝາຍອັນໃຫຍ່ຫຼວງນີ້, ປະກອບສ່ວນເຂົ້າໃນການຍົກສູງປະສິດທິຜົນວຽກງານຮັບປະກັນຄວາມປອດໄພທາງຄົມມະນາຄົມ, ເພີ່ມທະວີຄວາມປອດໄພໃຫ້ລົດໄຟແລ່ນໃນສາຍເໜືອ - ໃຕ້. ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ແຂວງ ເງັ້ະອານ ແລະ Cienco 4 ຂຸດຄົ້ນ, ເສີມຂະຫຍາຍກິດຈະການຢ່າງມີປະສິດທິຜົນ, ຮັບປະກັນຄວາມປອດໄພທາງຄົມມະນາຄົມເມື່ອນຳກິດຈະກຳເຂົ້າໃຊ້ການ.