ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີມອບ ຫຼຽນໄຊເອກະລາດ ຊັ້ນ 2 ໃຫ້ໂຮງໝໍ C ດ່ານັ້ງ
(ພິທີຕ້ອນຮັບຫຼຽນໄຊເອກະລາດຊັ້ນ 2)
(vovworld) - ຕອນເຊົ້າວັນທີ 22/02, ຢູ່ດ່ານັ້ງ, ໂຮງໝໍ C ດ່ານັ້ງ - ຂຶ້ນກັບກະຊວງສາທາລະນະສຸກ ໄດ້ຈັດພິທີສະເຫຼີມສະຫຼອງວັນທ່ານໝໍຫວຽດນາມ (27/07), ຕ້ອນຮັບຫຼຽນໄຊເອກະລາດຊັ້ນ 2 ແລະ ເປີດນຳເຂົ້າໃຊ້ການຕຶກອາຄານບິນປົວພະຍາດຫຼາຍຂະແໜງ 11 ຊັ້ນ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ ຖັນແຖວພະນັກງານແພດໝໍຂະແໜງສາທາລະນະສຸກເວົ້າລວມ ແລະ ໂຮງໝໍ C ດ່ານັ້ງ ເວົ້າສະເພາະ ຕ້ອງສູ້ຊົນຍົກສູງລະດັບວິຊາສະເພາະ ແລະ ຄຸນສົມບັດ. ທ່ານກ່າວວ່າ.
“ໃນເງື່ອນໄຂຖັນແຖວແພດໝໍຍັງຂາດແຄມເມື່ອທຽບໃສ່ຄວາມຕ້ອງການ, ເງື່ອນໄຂຍັງຫຍຸ້ງຍາກ, ຖັນແຖວແພດໝໍຕ້ອງມານະພະຍາຍາມເຮັດວຽກເປັນຢ່າງດີກວ່າ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ສິ່ງທີ່ຈຳເປັນນັ້ນແມ່ນກວດ, ປິ່ນປົວພະຍາດຢ່າງທັນການ, ເພື່ອຈຳກັດອັດຕາການຕາຍ, ພະຍາກຮຸນແຮງ, ພະຍາດຕິດແປດທີ່ພວມແມ່ນບັນຫາໃຫຍ່ຂອງໂລກ. ພິເສດ, ສຳລັບໂຮງໝໍຂອງພວກເຮົາຕ້ອງປະຕິບັດບັນດານະໂຍບາຍກວດ, ປິ່ນປົວພະຍາດສຳລັບຜູ້ໄດ້ອອກພັກກິນເບ້ຍບຳນານ, ພະນັກງານຂັ້ນກາງ, ຂັ້ນສູງ ແລະ ປະຊາຊົນເປັນຢ່າງດີກວ່າອີກ”.