(vovworld) – ຕອນບ່າຍວັນທີ 03/09, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຄະນະປະຕິບັດງານລັດຖະບານ ໄດ້ມີການເຮັດວຽກກັບພະນັກງານຫຼັກແຫຼ່ງແຂວງຮ່າຕິ້ງ ກ່ຽວກັບສະພາບພັດທະນາເສດຖະກິດສັງຄົມຂອງແຂວງ, ວຽກງານປ້ອງກັນຕ້ານອາດຊະຍາກຳ, ປ້ອງກັນຕ້ານການຄ້າຂາຍເຖື່ອນ ແລະ ສໍ້ໂກງການຄ້າ, ຮັບປະກັນຄວາມປອດໄພທາງຄົມມະນາຄົມ. ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ແຂວງຮ່າຕິ້ງ ຄວນເອົາໃຈໃສ່ຜັນຂະຫຍາຍການວາງແຜນຜັງໃຫ້ລະອຽດ ແລະ ສົມບູນແບບ ຍົກສູງປະສິດທິຜົນໃນວຽກງານຊີ້ນຳ; ເອົາໃຈໃສ່ພັດທະນາແລວເສດຖະກິດຕາເວັນອອກ - ຕາເວັນຕົກ. ກ່ຽວກັບຂົງເຂດເສດຖະກິດ, ແຂວງຕ້ອງສືບຕໍ່ພັດທະນາຢ່າງແຮງ, ໝັ້ນຄົງ ເຊິ່ງຈຸດສຸມແມ່ນເຂດເສດຖະກິດ ຫວູ້ງອ໋າງ; ຍູ້ແຮງລະດັບໂຄງການຈຸດໝາຍແຫ່ງຊາດໃນການກໍ່ສ້າງຊົນນະບົດໃໝ່. ແຂວງຕ້ອງເອົາໃຈໃສ່ເພີ່ມທະວີການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາກິດຈະກຳ, ໂຄງການຈຸດສຸມໃນບໍລິເວນ. ບັນດາກຳລັງປ້ອງກັນຊາຍແດນ, ພາສີ ຕ້ອງມີມາດຕະການຢ່າງຂ້ຽວຂາດກວ່າ ເພື່ອສະກັດກັ້ນສະພາບການຄ້າເຖື່ອນ, ສໍ້ໂກງການຄ້າ, ພິເສດແມ່ນບັນຫາຢາເສບຕິດ, ຮັດແໜ້ນວຽກງານຄຸ້ມຄອງຕະຫຼາດ.
ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຄະນະປະຕິບັດງານ ໄດ້ລົງກວດກາຕົວຈິງຢູ່ໂຄງການເຂດປະສົມເຫຼັກຂາງເຫຼັກກ້າ ແລະ ທ່າກຳປັ່ນນ້ຳເລິກ ເຊີນເຢືອງ Formosa ເມືອງ ກີແອງ.