(vovworld) - ຕອນເຊົ້າວັນທີ 7/4, ຄະນະປະຕິບັດງານຂອງລັດຖະບານ ໂດຍທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ນຳໜ້າ ໄດ້ມີການເຮັດວຽກກັບການນຳແຂວງ ລາຍເຈົາ ເຊິ່ງແມ່ນແຂວງພູດອຍທາງພາກເໜືອ ຫວຽດນາມ. ເພື່ອປະຕິບັດບັນດາຈຸດໝາຍກ່ຽວກັບການພັດທະນາເສດຖະກິດ - ສັງຄົມຊຸມປີຕໍ່ໄປ, ແຂວງ ລາຍເຈົາ ສະເໜີ 7 ບັນຫາກັບທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະປະຕິບັດງານຄື: ເອົາໃຈໃສ່ໜູນຊ່ວຍແຫຼ່ງເງິນລົງທຶນກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ, ເຄືອຂ່າຍໄຟຟ້າໃນເຂດຕົວເມືອງ, ເພີ່ມເມືອງ ນ້ຳຍູ່ນ (Nam Nhun) ຕື່ມອີກເຂົ້າບັນຊີລາຍຊື່ເມືອງທຸກຍາກ ຕາມຂໍ້ຕົກລົງ 30a ຂອງລັດຖະບານ, ເພີ່ມທຶນເພື່ອໃຫ້ແຂວງສືບຕໍ່ປະຕິບັດໂຄງການສ້າງໂຮງຮຽນຖາວອນ ແລະ ບັນດາໂຄງການຊັບຊ້ອນ, ຈັດໃຫ້ຊຸມຊົນອາໄສເຕົ້າໂຮມຢູ່ບັນດາຕາແສງ, ບ້ານໃກ້ເຂດຊາຍແດນ... ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ໃສ່ໃຈໃຫ້ແຂວງ ລາຍເຈົາ ວ່າຈຶ່ງສືບຕໍ່ຍູ້ແຮງການສ້າງວຽກເຮັດງານທຳໃຫ້ແກ່ຄົນງານຊົນນະບົດ, ຮັບປະກັນນ້ຳໃຊ້ໃຫ້ແກ່ປະຊາຊົນໃນເຂດພູດອຍ, ລົງທຶນໃຫ້ພື້ນຖານດ້ານວັດຖຸ, ອຸປະກອນການສິດສອນ, ເບິ່ງແຍງດູແລໃຫ້ຖັນແຖວຄູ່ອາຈານ ແລະ ນັກຮຽນຢູ່ເຂດຫ່າງໄກຊອກຫຼີກ, ເຂດຊາຍແດນເປັນຢ່າງດີ.
ກ່ອນໜ້ານັ້ນ, ວັນທີ 6/4, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ແລະ ຄະນະປະຕິບັດງານຂອງລັດຖະບານ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ຢ່າວຊານ (Dao San), ເມືອງ ຟອງໂຖ (Phong Tho) ແລະ ໄປຢ້ຽມຢາມຮາກຖານລ້ຽງປາສັງກັດບໍລິສັດຫຸ້ນສ່ວນໄຟຟ້ານ້ຳຕົກ ຈູວາ, ຕາແສງ ເຊີນບິນ, ເມືອງຕາມເດື່ອງ, ໂຮງຮຽນປະຖົມ ແທ່ນຊີນ (Then Sin).