ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບບັນດາສະມາຊິກເວທີປາໄສການນຳໜຸ່ມ ຫວຽດນາມ - ອົດສະຕາລີ (AVYLD)
(VOVWORLD) - ວັນທີ 27 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບບັນດາສະມາຊິກເວທີປາໄສການນຳໜຸ່ມ ຫວຽດນາມ - ອົດສະຕາລີ (AVYLD). AVYLD ແມ່ນເວທີປາໄສບໍ່ເພື່ອຜົນກຳໄລ, ຂ້າມຊາດ ແລະ ໄດ້ຮັບການໜູນຊ່ວຍຈາກລັດຖະບານ ອົດສະຕາລີ.
ຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ບັນດາສະມາຊິກເວທີປາໄສການນຳໜຸ່ມ ຫວຽດນາມ - ອົດສະຕາລີ (ພາບ: VGP) |
ເມື່ອໂອ້ລົມກັບບັນດາເພື່ອນໜຸ່ມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ເພີ່ມທະວີກຳລັງຄວາມສາມາດດ້ານວິທະຍາສາດ, ເຕັກໂນໂລຊີ, ປ່ຽນແປງໃໝ່ລະບົບປະດິດຄິດສ້າງ ແມ່ນຄວາມຮຽກຮ້ອງບຸກທະລຸຂອງແຕ່ລະປະເທດໃນສະພາບການພັດທະນາຄືປັດຈຸບັນ.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃຫ້ຮູ້ວ່າ: ປີ 2018, ແຜນຮ່າງລະບົບພູມປັນຍາຫວຽດຫັນເປັນດີຈີຕອນໄດ້ຮັບການຜັນຂະຫຍາຍ, ວາງຄາດໝາຍສ້າງລະບົບພູມປັນຍາສັງລວມໃນທຸກຂົງເຂດ, ພິເສດແມ່ນບັນດາຂົງເຂດທີ່ກ່ຽວຂ້ອງໂດຍກົງເຖິງຊີວິດການເປັນຢູ່ຂອງປະຊາຊົນ ຫວຽດນາມ ແຕ່ລະຄົນ. ທ່ານຮອງນາຍົກລັດຖະມົນຕີປາດຖະໜາວ່າ: ບັນດາສະມາຊິກຂອງເວທີປາໄສການນຳໜຸ່ມ ຫວຽດນາມ - ອົດສະຕາລີ ຈົ່ງຕັ້ງໜ້າເຂົ້າຮ່ວມແຜນຮ່າງລະບົບພູມປັນຍາຫວຽດຫັນເປັນດີຈີຕອນ ດ້ວຍຄວາມຄາດຫວັງ, ພູມປັນຍາ, ຄວາມສາມາດສຳພັດກັບເຕັກໂນໂລຊີຢ່າງວ່ອງໄວ.