ຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຢ້ຽມຢາມ ນະຄອນ Vlavostok, ສະຫະພັນລັດເຊຍ

ຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຢ້ຽມຢາມ ນະຄອນ Vlavostok, ສະຫະພັນລັດເຊຍ - ảnh 1
ທ່າ​ນຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ
​ເຮັດ​ວຽກ​ຢູ່​ນະຄອນ Vlavostok
(ພາບ: chinhphu.vn)


(vovworld) – ​ໃນ​ການ​ຢ້ຽ​ມຢາມ ສະຫະພັນ​ລັດ​ເຊຍ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸ​ມຊຸດ​ທີ 17 ຄະນະ​ກຳມະການ​ລະຫວ່າງລັດຖະບານ​ຫວຽດນາມ - ລັດ​ເຊຍ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ການ​ຄ້າ ​ແລະ ວິທະຍາສາດ​ເຕັກນິກ (​ແຕ່​ວັນ​ທີ 05 – 07/09). ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈູງ​ຫາຍ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ Vlavostok, ​ແຂວງ Primorye.

        ທີ່ນະຄອນ Vlavostok, ທ່າ​ນຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີຜູ້ທີ​ໜຶ່ງ​ລັດຖະບານ​ສະຫະພັນ​ລັດ​ເຊຍ Igor Shuvalov ​ໄດ້​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ເປີດ​ສາຍ​ການບິນ​ໂດຍ​ກົງ​ຈາກ​ຫວຽດນາມ ​ໄປຍັງ Vlavostok, ສະຫະພັນ​ລັດ​ເຊຍ. ບໍລິສັດ​ການບິນ Vietjet Air ​ແລະ ສະໜາມ​ບິນ​ສາກົນ​ນະ​ຄອນ ​Vlavostok ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ກ່ຽວ​ກັບ​ເປີດ​ສາຍການບິນ​ໂດຍ​ກົງ​ຈາກ​ຫວຽດນາມ ​ໄປ​ຍັງ Vlavostok. ເລື່ອງ​ເປີດ​ສາຍ​ການບິນໂດຍ​ກົງ​ລະຫວ່າງ​ຫວຽດນາມ - Vlavostok ຈະ​ຍູ້​ແຮງວົງ​​ເງິນການທ່ອງ​ທ່ຽວ ​ແລະ ການ​ຄ້າ, ການ​ລົງທຶນ ກໍ່​ຄື​ຕອບ​ສະໜອງ​ຄວາມ​ຕ້ອງການ​ໄປມາ​ຂອງ​ປະຊາຊົນ 2 ປະ​ເທດ​ຢ່າງ​ແຮງ.

        ທີ່​ການ​​ເຮັດ​ວຽກ​ຢູ່ Vlavostok, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໄດ້​ໄປ​ຢ້ຽມຢາມ​ບາງ​ຮາກ​ຖານ​ອຸດສາຫະກຳ, ສາທາລະນະ​ສຸກ ​ແລະ ການ​ສຶກສາ​ຂອງ​ນະຄອນ Vlavostok; ຕ້ອນ​ຮັບ​ບັນດາ​ກຸ່ມ​ບໍລິສັດ​ຂອງ​ສະຫະພັນ​ລັດ​ເຊຍ ​ໃນ​ບັນດາ​ຂົງ​ເຂດ​ນ້ຳມັນ​ອາຍ​ແກ​ັດ, ການບິນ. ທ່າ​ນຮອງ​ນາຍົກລັດຖະມົນຕີໄດ້​ໂອ້​ລົມ​ສົນທະນາ​ກັບ​ພະນັກງານ, ພາລະ​ກອນ​ກົງ​ສູນ​ໃຫຍ່​ສະຖານທູດ​ຫວຽດນາມ ​ແລະ ຜູ້ຕາງໜ້າ​ຊາວ​ຫວຽດນາມ ພວມ​ດຳລົງ​ຊີວິດ, ຮໍ່າຮຽນ ​ແລະ ປະຕິບັດ​ວຽກ​ງານ​ຢູ່​ Vlavostok.

ຕອບກັບ

ຂ່າວ/ບົດ​ອື່ນ