ຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ຢ້ຽມຢາມ ແລະ ເຮັດວຽກຢູ່ ອູແກຼນ

ຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ຢ້ຽມຢາມ ແລະ ເຮັດວຽກຢູ່ ອູແກຼນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ພົບ​ປະ​ກັບ
​ທ່ານ​ນາຍົກລັດຖະມົນຕີ ອູແກຼນ Nikolai Azarov
(ພາບ: chinhphu.vn)


(vovworld) -     ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່າ​ນຮອງ​ນາຍົກ​ລັດຖະມົນຕີ​ ອູແກຼນ Sergay Tigypko, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈຸ​ງຫາຍ ​ໄດ້​ມີ​ການ​ຢ້ຽມຢາມ​ແລະ ​ເຮັດ​ວຽກ​ຢູ່ ອູແກຼນ ​ແຕ່​ວັນ​ທີ 1 – 4/12. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ອູແກຼນ Nikolai Azarov, ​ເຈລະຈາ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ Sergey Tigypko. ທີ່​ບັນດາ​ການ​ເຮັດ​ວຽກ​ກັບ​ການ​ນຳ ​ອູແກຼນ, ສອງ​ຝ່າຍ​​ໄດ້​ເນັ້ນ​ໜັກ​​ເຖິງ​ຄວາມ​ໝາຍ​ຂອງ​ການ​ເຈລະຈາ ​ແລະ ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ - ອູແກຼນ, ຕົກລົງ​ດຳ​ເນີນການ​ເຈລະຈາ​ໃນ​ເດືອນ 1/2013, ຖື​ນີ້​ແມ່ນ​ມາດ​ຕະການ​ກະ​ໂດດ​ຂັ້ນ ​ເພື່ອ​ແນ​ໃສ່​​ເພີ່ມ​ທະວີ​ການແລກປ່ຽນດ້ານ​ການ​ຄ້າ​ສອງ​ຝ່າ​ຍ​ໃນ​ໄລຍະ​ຈະ​ມາ​ເຖິງ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ຄື; ພະລັງງານ, ຜະລິດ​ກົນ​ຈັກ, ການ​ບິນ, ມອບ​​ໂອນ​ເຕັກ​ໂນ​ໂລ​ຊີ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ. ທີ່​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ວົງ​ການ​ນັກ​​ທຸ​ລະ​ກິດ​ ອູແກຼນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ຢືນຢັນ​ວ່າ ຍາມ​ໃດ​ລັດ, ລັດຖະບານ​ຫວຽດນາມ ກໍ​ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ວິ​ສາ​ຫະກິດ​ອູແກຼນ​ເວົ້າ​ສະ​ເພາະ​ມາ​ຫວຽດນາມ ຮ່ວມ​ມື​ທຳ​ມະຫາ​ກິນ, ປາດ​ຖະໜາ​ວ່າ ​ວົງ​ການ​ນັກ​ທຸລະ​ກິດ​ສອງ​ປະ​ເທດ ຕັ້ງໜ້າ​ຊອກ​ຫາ​ທິດ​ທາງ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ປະກອບສ່ວນ​ຍົກ​ສູງ​ວົງ​ເງິນ​ການ​ຄ້າ​ຂອງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ