ຮອງນາຍົກລັດຖະມົນຕີຈີນ ຈາງກາວລີ ພົບປະກັບບັນດາຜູ້ຊົງຄຸນວຸດທິມິດຕະພາບກັບຈີນ

ຮອງນາຍົກລັດຖະມົນຕີຈີນ ຈາງກາວລີ ພົບປະກັບບັນດາຜູ້ຊົງຄຸນວຸດທິມິດຕະພາບກັບຈີນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຈາງ​ກາວ​ລີ

(vovworld)- ທີ່​ການ​​ພົບ​ປະກັບບັນ​ດາ​ຜູ້​ຊົງ​ຄຸນ​ວຸດ​ທິ​ມິດ​ຕະ​ພາບ​ກັບ​ຈີນເມື່ອ​ຕອນ​ເຊົ້າ​ວັນ​ທີ 18/7 ຢູ່ຫໍ​ພິ​ພິ​ທະ​ພັນ​ໂຮ່​ຈິ​ມິນ​ທີ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຈາງ​ກາວ​ລີ ໃຫ້​ຮູ້​ວ່າ ພ້ອມ​ກັບ​ບັນ​ດາ​ການ​ເຮັດ​ວຽກ, ພົບ​ປະ​ກັບ​ບັນ​ດາ​ການ​ນຳ​ພັກ, ລັດຖະ​ບານຫວຽດ​ນາມ​, ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ຄະ​ນະ​ໃນ​ຄັ້ງ​ນີ້ ເປັນ​ການ​ປະ​ກອບ​ສ່ວນ​ເປີດ​ກ້​ວາງ​ການ​ພົວ​ພັນ​ປະ​ຊາ​ຊົນ 2 ປະ​ເທດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຈາງ​ກາວ​ລີ ເນັ້ນ​ໜັກ​ເຖ​ິງ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ ແລະ ຫວຽດ​ນາມ ຄວນ​ສືບ​ຕໍ່ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ, ປະ​ກອບ​ສ່ວນ​ຮັ​ບ​ໃຊ້​ກິດ​ຈະ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ຢູ່​ແຕ່​ລະ​ປະ​ເທດ.
ຂ່າວ/ບົດ​ອື່ນ