ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບເອກອັກຄະລັດຖະທູດສີລັງກາ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບເອກອັກຄະລັດຖະທູດສີລັງກາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​
ຕ້ອນຮັບ​ທ່ານນາງ Saranya Dissanayake
(ພາບ: dangcongsan.vn)

(vovworld) – ​​ ຕອນ​ບ່າຍ​ວັນ​ທີ 17/12, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ຕ້ອນຮັບ​ທ່ານນາງ Saranya Dissanayake ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ສີ​ລັງກາ ​ເຂົ້າ​ຢ້ຽມ​ຂ່ຳນັບ​ເນື່ອງ​ໃນ​ໂອກາດ​​ໄດ້​ຮັບໜ້າ​ທີ່​​ການ​ທູດ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ບັນດາ​ການ​ພັດທະນາຢ່າງ​ຕັ້ງໜ້າ​ຂອງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສີ​ລັງກາ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້; ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ ການ​ເມືອງ, ​ເສດຖະກິດ, ການ​ຄ້າ; ການ​ຮ່ວມ​ມືດ້ານ​ກະສິກຳ, ສິນ​ໃນ​ນ້ຳ; ​ການແລກປ່ຽນ​ວັດທະນະທຳ​ທ່ອງ​ທ່ຽວ ​ແລະ ການ​ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ: ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ກັບ ສີ​ລັງກາ ​ແລະ ປາດ​ຖະໜາ​ວ່າ: ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ​ ການ​ຮ່ວມ​ມືຫລາຍ​ດ້ານ​ລະຫວ່າງ 2 ປະ​ເທດ ຈະ​ສືບ​ຕໍ່​ພັດທະນາ​ກ່ວາ​ອີກ, ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນ​ຕິພາບ, ສະຖຽນ​ລະ​ພາບ ​ແລະ ການພັດທະນາ​ຈະ​ເລີ​ນຮຸ່ງ​ເຮືອງ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໂລກ. ສ່ວນ​ທ່ານນາງ​ເອກ​ອັກຄະ​ລັດຖະທູດ Saranya Dissanayake ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ປະກອບສ່ວນ​ຫລາຍ​ກ່ວາ​ອີກໃຫ້​ແກ່ການ​ພັດທະນາສາຍ​ພົວພັນ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ​.

ຂ່າວ/ບົດ​ອື່ນ